ຂ່າວສານ

ກອງປະຊຸມຖະແຫຼງຂ່າວສາມັນຂອງລັດຖະບານເພື່ອແຈ້ງໃຫ້ຊາບສະພາບການເສດຖະກິດ, ສັງຄົມ 2022

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ: ລັດຖະບານຈະສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ມານະພະຍາຍາມ, ຕັດສິນໃຈຢ່າງສູງສຸດເພື່ອປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2023
ກອງປະຊຸມຖະແຫຼງຂ່າວສາມັນຂອງລັດຖະບານ (ພາບ: VGP)

ຕອນບ່າຍວັນທີ 03 ມັງກອນ, ຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ເຈິ່ນວັນເຊີນ, ຫ້ອງວ່າການລັດຖະບານ ໄດ້ຈັດກອງປະຊຸມຖະແຫຼງຂ່າວສາມັນ ເພື່ອແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມເດືອນ ທັນວາ ແລະ ທັງປີ 2022 ຂອງລັດຖະບານ, ເພື່ອສະໜອງຂໍ້ມູນຂ່າວກ່ຽວກັບກອງປະຊຸມທາງໄກທົ່ວປະເທດຂອງລັດຖະບານ ກັບບັນດາທ້ອງຖິ່ນ. ທີ່ກອງປະຊຸມຖະແຫຼງຂ່າວເຊິ່ງຈັດຂຶ້ນພາຍຫຼັງກອງປະຊຸມທາງໄກທົ່ວປະເທດຂອງລັດຖະບານ ກັບບັນດາທ້ອງຖິ່ນ ແລະ ກອງປະຊຸມປະຈຳເດືອນ ທັນວາ ປີ 2022 ຂອງລັດຖະບານ ທີ່ດຳເນີນໃນວັນດຽວກັນ.

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈິ່ນວັນເຊີນ ໃຫ້ຮູ້ວ່າ, ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ: ລັດຖະບານຈະສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ມານະພະຍາຍາມ, ຕັດສິນໃຈຢ່າງສູງສຸດເພື່ອປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2023 ດ້ວຍທິດນຳ: “ສາມັກຄີ, ມີລະບຽບວິໄນ; ມີຄຸນທາດ, ມີໄຫວພິບ; ເປັນເຈົ້າການ, ປະດິດຄິດສ້າງ; ທັນການ, ມີປະສິດທິຜົນ” ດ້ວຍຈິດໃຈຄຳເວົ້າໄປຄຽງຄູ່ກັບການກະທຳ; ໃຫ້ຄຳໝັ້ນສັນຍາແລ້ວຕ້ອງປະຕິບັດ; ໄດ້ເຮັດ, ໄດ້ປະຕິບັດຕ້ອງບັນລຸປະສິດທິຜົນ; ຍາດແຍ່ງກາລະໂອກາດ; ຮັບມືກັບບັນດາບັນຫາທີ່ເກີດຂຶ້ນໃໝ່ຢ່າງທັນການ, ທັງສ້າງພື້ນຖານໝັ້ນຄົງ ຍາວນານໃຫ້ແກ່ການພັດທະນາແບບຍືນຍົງ.

ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີກະຊວງການເງິນ ຫງວຽນດຶກຈີ ໃຫ້ຮູ້ວ່າ, ລັດຖະບານຈະສືບຕໍ່ບໍລິຫານບັນດານະໂຍບາຍກ່ຽວກັບເງິນຕາ ແລະ ບັນດານະໂຍບາຍມະຫາພາກອື່ນເພື່ອຮັບປະກັນຄວາມດຸ່ນດ່ຽງມະຫາພາກ, ພື້ນຖານເສດຖະກິດສືບຕໍ່ຮັກສາເປັນປົກກະຕິ ແລະ ພັດທະນາ.


top