ຂ່າວສານ

ກອງປະຊຸມຖະແຫຼງຂ່າວນັດສາມັນຂອງລັດຖະບານ: ສ້າງກໍາລັງແຮງເພື່ອປະຕິບັດ ເປົ້າໝາຍຄວບຄູ່່

      ລັດຖະບານ ໄດ້ກໍານົດວ່າ ເດືອນສິງຫາ ແມ່ນຈຸດເວລາຕັດສິນວ່າໂລກລະບາດຈະແຜ່ລະບາດໃນວົງກວ້າງຫຼືບໍ, ຕ້ອງສຸມທຸກແຫຼ່ງກໍາລັງເພື່ອແກ້ໄຂບັນດາຈຸດແຜ່ລະບາດໄດ້ຢ່າງທັນການ, ໂດຍສະເພາະແມ່ນຢູ່ນະຄອນດ່າໜັງ. 

ກອງປະຊຸມຖະແຫຼງຂ່າວນັດສາມັນຂອງລັດຖະບານ (ພາບ: VGP)
      ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງລັດຖະບານ ທີ່ໄດ້ດໍາເນີນໃນຕອນບ່າຍວັນທີ 03 ສິງຫາ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ໃຫ້ຮູ້ວ່າ: ໃນສະພາບການທີ່ພື້ນຖານເສດຖະກິດຖືກຜົນສະທ້ອນຢ່າງໜັກໜ່ວງ ຍ້ອນໂລກລະບາດໂຄວິດ - 19, ທັດສະນະຊີ້ນໍາຂອງລັດຖະບານ ແມ່ນບໍ່ທໍ້ຖອຍໃຈຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍ; ຕ້ອງຫັນສິ່ງທ້າທາຍເປັນກາລະໂອກາດ, ຢຶດໝັ້ນຕໍ່ເປົ້າໝາຍ, ໜ້າທີ່, ວິທີການແກ້ໄຂທີ່ໄດ້ວາງອອກ; ແກ້ໄຂຄວາມຫຍຸ້ງຍາກແກ່ການຜະລິດດໍາເນີນທຸລະກິດຢ່າງຮີບດ່ວນ, ຮັບປະກັນຊີວິດສັງຄົມ ຮັບມືກັບໂລກລະບາດໂຄວິດ - 19 ແລະ ເສີມຂະຫຍາຍການປະດິດຄິດສ້າງ, ຮ່ວມແຮງຮ່ວມໃຈ, ເຫັນດີເຫັນພ້ອມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ. ລັດຖະບານ ໄດ້ກໍານົດວ່າ ເດືອນສິງຫາ ແມ່ນຈຸດເວລາຕັດສິນວ່າໂລກລະບາດຈະແຜ່ລະບາດໃນວົງກວ້າງຫຼືບໍ, ຕ້ອງສຸມທຸກແຫຼ່ງກໍາລັງເພື່ອແກ້ໄຂບັນດາຈຸດແຜ່ລະບາດໄດ້ຢ່າງທັນການ, ໂດຍສະເພາະແມ່ນຢູ່ນະຄອນດ່າໜັງ. ຢຶດໝັ້ນຜັນຂະຫຍາຍບັນດາໜ້າທີ່, ມາດຕະການໃນການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ປະຕິບັດສໍາເລັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກ.
 (ແຫຼ່ງຄັດຈາກ VOV)
 


top