ຂ່າວສານ

ກອງປະຊຸມຊຸດຍອດ G7 ຫັນໄປສູ່ຮູບການທາງ ອອນລາຍ

      ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ຈະໄດ້ຈັດຕັ້ງຕາມຮູບການທາງ ອອນລາຍ ຍ້ອນມີບັນດາຄວາມວິຕົກກັງວົນກ່ຽວກັບໂລກພະຍາດໂຄວິດ-19.
      ວັນທີ 19 ມີນາ, ທ່ານ Judd Deere, ຮອງເລຂາສື່ມວນຊົນຂອງທຳນຽບຂາວອາເມລິກາ ໃຫ້ຮູ້ວ່າ, ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ຈະໄດ້ຈັດຕັ້ງຕາມຮູບການທາງ ອອນລາຍ ຍ້ອນມີບັນດາຄວາມວິຕົກກັງວົນກ່ຽວກັບໂລກພະຍາດໂຄວິດ-19. ແຈ້ງການໄດ້ຊີ້ແຈ້ງວ່າ: “ເພື່ອໃຫ້ແຕ່ລະປະເທດສຸມໃສ່ທຸກແຫຼ່ງກຳລັງຂອງຕົນເພື່ອຮັບມືກັບບັນດາສິ່ງທ້າທາຍດ້ານສຸຂະພາບ ແລະ ເສດຖະກິດຍ້ອນໂລກພະຍາດໂຄວິດ-19ແລະ ຕາມການຊີ້ນຳຂອງທ່ານປະທານາທິບໍດີອາເມລິກາ Donald Trump, ທ່ານ Larry Kudlow, ຫົວໜ້າສະພາເສດຖະກິດແຫ່ງຊາດ, ຮັບຜິດຊອບການຈັດຕັ້ງກອງປະຊຸມສຸດຍອດ G7, ໄດ້ແຈ້ງໃຫ້ບັນດາເພື່ອນຮ່ວມຕຳແໜ່ງຊາບກ່ຽວກັບການຈັດຕັ້ງເຫດການນີ້ວ່າ, ກອງປະຊຸມ G7 ຈະໄດ້ຈັດຕັ້ງຕາມຮູບການທາງອອນລາຍ”.
ຄຽງຂ້າງນັ້ນ, ທຳນຽບຂາວ ກໍ່ແຈ້ງໃຫ້ຊາບວ່າ, ເພື່ອສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ທ່ານປະທານາທິບໍດີ Donald Trump ຈະມີການພົບປະກັບບັນດາການນຳສະມາຊິກ G7 ອື່ນ, ຜ່ານກອງປະຊຸມທາງອອນລາຍໃນເດືອນ ເມສາ ແລະ ພຶດສະພາ ຈະມາເຖິງ, ຄ້າຍຄືກັນກັບກອງປະຊຸມໃນອາທິດນີ້.
 (ແຫຼ່ງຄັດຈາກ VOV)


top