ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບແຫຼ່ງກຳລັງການຜະລິດ ແລະ ພັດທະນາແຕ່ລະຂະແໜງສິນຄ້າ; ຍົກສູງກຳລັງຄວາມສາມາດຕອບສະໜອງມາດຕະຖານ, ມາດຖານການກຳນົດດ້ານເຕັກນິກ
(ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ, ກ່າວຄຳເຫັນຊີ້ນຳກອງປະຊຸມ)
ປີ 2026, ສະພາບການໂລກ, ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນໄດ້, ແຕ່ ຫວຽດນາມ ຍັງຢືດໝັ້ນກັບເປົ້າໝາຍສູ້ຊົນບັນລຸລະດັບເຕີບໂຕ GDP ປີ 2026 ແຕ່ 10% ຂຶ້ນໄປ. ນັ້ນແມ່ນຄຳຢືນຢັນຂອງທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ທີ່ “ກອງປະຊຸມຊຸກຍູ້ການສົ່ງອອກໃຫ້ບັນລຸເປົ້າໝາຍເຕີບໂຕ 2 ຕົວເລກ” ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 25 ມິຖຸນາ, ຢູ່ ຮ່າໂນ້ຍ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ສະເໜີໃຫ້ກະຊວງອຸດສາຫະກຳການຄ້າ ຫວຽດນາມ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສ້າງແບບວິທີການບໍລິຫານ, ມາດຕະການແກ້ໄຂທີ່ເໝາະສົມຕາມຄວາມຮຽກຮ້ອງການຄຸ້ມຄອງຂອງລັດຜ່ານແຕ່ລະສະໄໝຢ່າງທັນການ; ພ້ອມກັນນັ້ນ ກໍ່ສຸມໃສ່ບັນດາບັນຫາຈຸດສຸມ: ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບແຫຼ່ງກຳລັງການຜະລິດ ແລະ ພັດທະນາແຕ່ລະຂະແໜງສິນຄ້າ; ຍົກສູງກຳລັງຄວາມສາມາດຕອບສະໜອງມາດຕະຖານ, ມາດຖານການກຳນົດດ້ານເຕັກນິກ, ການຄົ້ນຫາຕົ້ນກຳເນີດ ແລະ ການພັດທະນາແບບຍືນຍົງ; ແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ, logistics ແລະ ພື້ນຖານໂຄງການໜູນຊ່ວຍການສົ່ງອອກ…
“ພັດທະນາການຜະລິດແມ່ນຂົງເຂດທີ່ພວກເຮົາຕ້ອງສຸມໃສ່ໃນໄລຍະຈະມາເຖິງ. ການຜະລິດມີຄວາມເປັນປົກກະຕິພວກເຮົາຈຶ່ງສົ່ງອອກໄດ້. ພວກເຮົາຍັງຕ້ອງຮ່ວມມືກັບບັນດາວິສາຫະກິດ FDI, ອຸດສາຫະກຳຂອງພວກເຮົາແມ່ນຜະລິດສຳຮອງ, ອຸດສາຫະກຳສະໜັບສະໜູນເປັນຕົ້ນ ແມ່ນຍາກທີ່ຈະບັນລຸລະດັບເຕີບໂຕໃນການສົ່ງອອກ ແລະ ເປັນເຈົ້າຕົນເອງໄດ້. ສະນັ້ນ, ຄວາມຮຽກຮ້ອງຂອງກະຊວງອຸດສາຫະກຳການຄ້າມາຮອດນີ້ອາດຕ້ອງຄົ້ນຄວ້າ, ລາຍງານຕໍ່ຂັ້ນທີ່ມີສິດອຳນາດກ່ຽວກັບການກໍ່ສ້າງ, ຍູ້ແຮງເລື່ອງເປັນເຈົ້າການໃນການສົ່ງອອກຮອດປີ 2030 ວິໄສທັດຮອດປີ 2045”.