ຂ່າວສານ

ກອງປະຊຸມຄົບຄະນະເທື່ອທີ 2 ຄະນະກຳມະການຮ່າງມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະທຳມະນູນປີ 2013

ພາຍຫຼັງກວ່າເຄິ່ງເດືອນທີ່ຜັນຂະຫຍາຍວຽກງານຮັບເອົາຄຳເຫັນຂອງປະຊາຊົນ, ບັນດາວຽກງານໄດ້ປະຕິບັດຖືກຕ້ອງຕາມແຜນການ
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ)

ຕອນບ່າຍວັນທີ 22 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ປະທານຄະນະກຳມະການຮ່າງມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະທຳມະນູນປີ 2013, ເປັນປະທານກອງປະຊຸມຄົບຄະນະເທື່ອທີ 2 ຂອງຄະນະກຳມະການ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ, ພາຍຫຼັງກວ່າເຄິ່ງເດືອນທີ່ຜັນຂະຫຍາຍວຽກງານຮັບເອົາຄຳເຫັນຂອງປະຊາຊົນ, ບັນດາວຽກງານໄດ້ປະຕິບັດຖືກຕ້ອງຕາມແຜນການ, ໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເຫັນພ້ອມ, ປະຊາຊົນເຫັນດີ, ສະໜັບສະໜູນແຜນນະໂຍບາຍດັ່ງກ່າວເປັນຢ່າງສູງ. ຕາມບົດລາຍງານຂອງກະຊວງຕຳຫຼວດ ຫວຽດນາມ ແລ້ວ, ໄລ່ຮອດຕອນບ່າຍວັນທີ 22 ພຶດສະພາ, ມີພົນະລະເມືອງກວ່າ 10,7 ລ້ານຄົນປະກອບຄຳເຫັນຜ່ານແອັບ VNeID; ຈຳນວນຄຳເຫັນປະກອບທັງໝົດປະມານເກືອບ 71 ລ້ານຄຳເຫັນ. ໃນນັ້ນ, ຄຳເຫັນເຫັນດີກວມເອົາ 99,95%.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີໃຫ້ບັນດາອົງການ, ບັນດາສະມາຊິກຄະນະກຳມະການ ສືບຕໍ່ຜັນຂະຫຍາຍວຽກງານຮັບເອົາຄຳເຫັນຈາກປະຊາຊົນ, ບັນດາຂະແໜງການ, ທຸກຂັ້ນ, ຮັບປະກັນຢ່າງລອບຄອບຖີ່ຖ້ວນ, ມີປະສິດທິຜົນ, ແທດຈິງ.


top