ພາຍໃຕ້ການນຳພາຂອງຫວຽດນາມ, AIPA ໄດ້ມີຄວາມສະໜິດຕິດພັນໃນປີຜ່ານມາ ບົນຈິດໃຈ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.
(ກອງປະຊຸມຄົບຄະນະຄັ້ງທີ 1)
ຕອນເຊົ້າວັນທີ 08 ກັນຍາ, ພາຍຫຼັງພິທີໄຂກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 41 (AIPA 41), ບັນດາຄະນະຜູ້ແທນລັດຖະສະພາ AIPA 41 ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 1. ກອງປະຊຸມໄດ້ຮັບຮອງເອົາເນື້ອໃນລາຍການເຄື່ອນໄຫວຂອງກອງປະຊຸມລັດຖະສະພາ AIPA 41.
ກ່າວຄຳເຫັນທີ່ກອງປະຊຸມ, ເມື່ອເນັ້ນໜັກເຖິງເລື່ອງອາຊຽນ ຕ້ອງຮັກສາຄວາມສາມັກຄີ, ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin, ຊີ້ແຈ້ງວ່າ.
“ສະພາແຫ່ງຊາດກຳປູເຈຍ ສະໜັບສະໜູນການແກ້ໄຂບັນດາມາດຕະການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ຕາມນັ້ນແລ້ວຊົມເຊີຍເລື່ອງແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຂອບໃຈສະພາແຫ່ງຊາດຫວຽດນາມ ທີ່ມີການປະກອບສ່ວນຫຼາຍຢ່າງໃນຖາໜ້າເປັນປະທານ AIPA ໃນປີ 2020 ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນ, ເປັນເຈົ້າການຮັບມືຂອງອາຊຽນ ຕໍ່ໜ້າບັນດາສິ່ງທ້າທາຍຢູ່ພາກພື້ນ ແລະ ສາກົນໃນປະຈຸບັນ, ໃນນັ້ນມີໂລກລະບາດໂຄວິດ-19”.
ຜູ້ຕາງໜ້າລັດຖະສະພາບັນດາປະເທດກໍ່ຖືວ່າ, ພາຍໃຕ້ການນຳພາຂອງຫວຽດນາມ, AIPA ໄດ້ມີຄວາມສະໜິດຕິດພັນໃນປີຜ່ານມາ ບົນຈິດໃຈ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.
(ແຫຼ່ງຄັດຈາກ VOV)