ຂ່າວສານ

ກອງປະຊຸມຄັ້ງທີ 8 ຄະນະປະຈຳສະພາແຫ່ງຊາດສຸມໃສ່ປະກອບຄຳເຫັນກ່ຽວກັບການອະທິບາຍ, ຮັບເອົາ, ປັບປຸງຮ່າງກົດໝາຍ 2 ສະບັບ

ຕອນເຊົ້າວັນທີ 15 ກຸມພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານໄຂກອງປະຊຸມຄັ້ງທີ 8 ຂອງ ຄະນະປະຈຳສະພາແຫ່ງຊາດ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ສະພາແຫ່ງຊາດ)

ຢູ່ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ປັບປຸງຮ່າງກົດໝາຍ 2 ສະບັບ ເຊິ່ງສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຢູ່ວາລະປະຊຸມຄັ້ງທີ 3, ລວມມີ: ຮ່າງກົດໝາຍວ່າດ້ວຍຕຳຫຼວດເຄື່ອນທີ່ ແລະ ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງ ກົດໝາຍວ່າດ້ວຍຊັບສິນທາງປັນຍາ. ກ່ອນໜ້ານັ້ນ, ຮ່າງກົດໝາຍສອງສະບັບນີ້ ໄດ້ຮັບການປະກອບຄຳເຫັນຢູ່ກອງປະຊຸມສະພາແຫ່ງຊາດເມື່ອທີ 2.

ພາຍຫຼັງວາລະໄຂກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບການຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍຕຳຫຼວດເຄື່ອນທີ່, ປະກອບຄຳເຫັນກ່ຽວກັບວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳໃນເດືອນມັງກອນ ປີ 2022, ສຸມໃສ່ປຶກສາຫາລືບາງບັນຫາເຊິ່ງມີຜູ້ສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈໃນມໍ່ໆມານີ້.

(ແຫຼ່ງຄັດຈາກ VOV)


top