ຂ່າວສານ

ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສະມາຄົມນັກຂ່າວ ຫວຽດນາມ (ຊຸດທີ 10)

      ທີ່ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສະມາຄົມນັກຂ່າວ ຫວຽດນາມ (ຊຸດທີ 10) ດຳເນີນໃນຕອນບ່າຍວັນທີ 8 ທັນວາ ຢູ່ ຮ່າໂນ້ຍ,
 
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ບັນດາຜູ້ແທນສະເໜີວ່າ ຂໍ້ກຳນົດບັງຄັບໃຫ້ສະມາຊິກສະມາຄົມນັກຂ່າວທຸກຄົນ ເຊິ່ງແມ່ນນັກຂ່າວ, ຜູ້ຮ່ວມງານອົງການສື່ມວນຊົນປະຈຳທ້ອງຖີ່ນ ຕ້ອງດຳເນີນຊີວິດກັບສະມາຄົມນັກຂ່າວຢູ່ໃນທ້ອງຖີ່ນທີ່ຕົນປະຕິບັດງານ.
        ທີ່ກອງປະຊຸມ, ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຖືວ່າ: ສຳລັບລາງວັນສື່ມວນຊົນແຫ່ງຊາດ ຄວນຮັກສາໂຄງປະກອບຄືຊຸມປີກ່ອນໄວ້, ບໍ່ຄວນຫຼຸດຜ່ອນລາງວັນຂອງວິທະຍຸກະຈາຍສຽງ. ເຮັດຄືແນວນັ້ນແມ່ນບໍ່ເໝາະສົມກັບບັນດາຮູບແບບສື່ມວນຊົນອື່ນໆ.
        ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານ ທ້ວນຫື້ວ, ປະທານສະມາຄົມນັກຂ່າວ ຫວຽດນາມ ຖືວ່າ: ການຍົກສູງຈັນຍາບັນອາຊີບຂອງສະມາຊິກສະມາຄົມແມ່ນຄວາມຮັບຜິດຊອບຂອງສະມາຄົມນັກຂ່າວ ຫວຽດນາມ, ຄວາຮັບຜິດຊອບຂອງບັນດາອົງການສື່ມວນຊົນ ແລະ ສະມາຄົມທຸກຂັ້ນ. ເພື່ອປັບປຸງການເຄື່ອນໄຫວຂອງນັກຂ່າວບັນດາອົງການສື່ມວນຊົນປະຈຳທ້ອງຖີ່ນຕ່າງໆ, ບັນດານັກຂ່າວປະຈຳຕ້ອງມີ “ຄວາມຮັບຜິດຊອບ“ ດຳເນີນຊີວິດກັບສະມາຄົມນັກຂ່າວທຸກຂັ້ນຢູ່ທ້ອງຖີ່ນ.
ແຫຼ່ງຄັດຈາກ VOV

top