ຂ່າວສານ

ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ

ການຮ່ວມມືໃນຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ ສັງຄົມ, ການພົວພັນແລກປ່ຽນປະຊາຊົນ ທີ່ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ.
(ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ)

ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ.

        ທີ່ກອງປະຊຸມ, 2 ຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນປີ 2021. ການຮ່ວມມືໃນຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ ສັງຄົມ, ການພົວພັນແລກປ່ຽນປະຊາຊົນ ທີ່ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ. ພິເສດແມ່ນວົງເງິນການຄ້າໄດ້ລື່ນກາຍເປົ້າໝາຍທີ່ໄດ້ວາງອອກ, ບັນລຸ 1,3 ຕື້ USD, ເພີ່ມຂຶ້ນກວ່າ 30% ເມື່ອທຽບໃສ່ປີ 2020.

        ໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເປັນເອກະພາບສຸມໃສ່ປະຕິບັດບັນດາຖະແຫຼງການຮ່ວມ, ຂໍ້ຕົກລົງລະຫວ່າງ 2 ກົມການເມືອງ ແລະ ຂໍ້ຕົກລົງ, ສັນຍາ, ເອກະສານຮ່ວມມືສະບັບອື່ນໆ, ຊຸກຍູ້ການພົວພັນດ້ານການເມືອງ - ການທູດ - ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ. 2 ຝ່າຍໄດ້ເປັນເອກະພາບສູ້ຊົນນຳວົງເງິນການຄ້າ 2 ສົ້ນໃນປີ 2022 ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2021. ພິເສດ, ສົມທົບກັນຈັດຕັ້ງ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)


top