ຂ່າວສານ

ກອງປະຊຸມຄັ້ງທີ 4 ຂອງ ຄະນະກໍາມະການຊີ້ນໍາແຫ່ງຊາດ ກ່ຽວກັບ ກົນໄກປະຕູດຽວ ອາຊຽນ, ກົນໄປປະຕູດຽວແຫ່ງຊາດ

      ໄລຍະຈະມາເຖິງ ບັນດາກະຊວງ, ຂະແໜງການ ສືບຕໍ່ຮັກສາ, ຍົກລະດັບ ແລະ ໝູນໃຊ້ ເພື່ອໃຫ້ກົນໄກດັ່ງກ່າວຮັບປະກັນລະບົບຂໍ້ມູນຂ່າວສານໄດ້ລຸລ່ວງ.
            ຕອນເຊົ້າວັນທີ 19 ກຸມພາ,ຢູ່່ຮ່າໂນ້ຍ, ຄະນະຊີ້ນໍາແຫ່ງຊາດ ກ່ຽວກັບກົນໄກປະຕູດຽວ ອາຊຽນ, ກົນໄກປະຕູດຽວແຫ່ງຊາດ ແລະ ສ້າງເງື່ອນໄຂສະດວກດ້ານການຄ້າ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 4 ກ່ຽວກັບການສໍາຫຼວດໝາກຜົນຜັນຂະຫຍາຍໜ້າທີ່ປີ 2018 ແລະ ທິດທາງຜັນຂະຫຍາຍໜ້າທີ່ປີ 2019.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ກ່າວຄໍາເຫັນທີ່ກອງປະຊຸມ  
      ກ່່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໄດ້ຮຽກຮ້ອງວ່າ ໄລຍະຈະມາເຖິງ ບັນດາກະຊວງ, ຂະແໜງການ ສືບຕໍ່ຮັກສາ, ຍົກລະດັບ ແລະ ໝູນໃຊ້ ເພື່ອໃຫ້ກົນໄກດັ່ງກ່າວ ຮັບປະກັນລະບົບຂໍ້ມູນຂ່າວສານໄດ້ລຸລ່ວງ. ຜ່ານນັ້ນ ຕ້ອງຮັບປະກັນເປົ້າໝາຍ, ນັ້ນແມ່ນ ສ້າງເງື່ອນໄຂສະດວກໃນການແລກປ່ຽນຄ້າຂາຍ ແຕ່ຍັງຄົງຕ້ານການສໍ້ໂກງການຄ້າໄດ້ ແລະ ເພີ່ມທະວີຄວາມອາດສາມາດໃນການຄຸ້ມຄອງ.
        ຄາດໝາຍຂອງປີນີ້ແມ່ນ ສູ້ຊົນຜັນຂະຫຍາຍລະບຽບການບໍລິຫານໃໝ່ 61 ລະບຽບການ ໂດຍອີງຕາມກົນໄກປະຕູດຽວແຫ່ງຊາດໃຫ້ສໍາເລັດ. ປະຕິບັດການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຕົ້ນກໍາເນີດຂອງສິນຄ້າກັບ ສະຫະພັນເສດຖະກິດ ອາຊີ - ເອີຣົບ ແລະ ສ.ເກົາຫຼີ ຜ່ານທາງເອເລັກໂຕນິກ. ປະຕິບັດການແລກປ່ຽນຂໍ້ມູນຂ່າວສານໃບແຈ້ງພາສີ ອາຊຽນ ແລະ ໃບຢັ້ງຢືນການກວດກາພະຍາດສັດ - ຜັກພືດ ກັບບັນດາປະເທດ ອາຊຽນ ຕາມແຜນການລວມ.
 (ແຫຼ່ງຄັດຈາກ VOV)


top