ຂ່າວສານ

ກອງປະຊຸມຄັ້ງທີ 30 ຄະນະປະຈໍາສະພາແຫ່ງຊາດຊຸດທີ 14 ຈະດໍາເນີນໃນໄລຍະໃກ້ໆນີ້

      ກອງປະຊຸມຄັ້ງທີ 30 ຂອງຄະນະປະຈໍາສະພາແຫ່ງຊາດຊຸດທີ 14 ຈະດໍາເນີນໃນວັນທີ 10 ມັງກອນ 2019 ຢູ່ນະຄອນຫຼວງຮ່າໂນ້ຍ

ປະທານສະພາແຫ່ງຊາດ ແລະ ຮອງປະທານສະພາແຫ່ງຊາດ ຊີ້ນໍາກອງປະຊຸມ (ພາບປະກອບ: Duong Giang/TTXVN)
      ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫາກໍ່ແຈ້ງການຕໍ່ສື່ມວນຊົນ ກ່ຽວກັບກອງປະຊຸມຄັ້ງທີ 30 ຄະນະປະຈໍາສະພາແຫ່ງຊາດຊຸດທີ 14. ຕາມນັ້ນແລ້ວ, ກອງປະຊຸມຄັ້ງທີ 30 ຂອງຄະນະປະຈໍາສະພາແຫ່ງຊາດຊຸດທີ 14 ຈະດໍາເນີນໃນວັນທີ 10 ມັງກອນ 2019 ຢູ່ນະຄອນຫຼວງຮ່າໂນ້ຍ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຈະເປັນປະທານໄຂກອງປະຊຸມ ພ້ອມດ້ວຍບັນດາຮອງປະທານສະພາແຫ່ງຊາດ ຜັດປ່ຽນກັນຊີ້ນໍາບັນດາເນື້ອໃນຂອງກອງປະຊຸມ.
        ຄາດວ່າ ກອງປະຊຸມຄັ້ງນີ້, ຄະນະປະຈໍາສະພາແຫ່ງຊາດ ຈະດໍາເນີນການພິຈາລະນາ, ປະກອບຄໍາເຫັນຕໍ່ບັນດາບັນຫາ ທີ່ຍັງມີຄໍາເຫັນແຕກຕ່າງກັນ ຂອງຮ່າງກົດໝາຍ ດໍາເນີນຄະດີອາຍາ (ສະບັບປັບປຸງ); ພິຈາລະນາ, ຕັດສິນເລື່ອງແຕ່ງຕັ້ງກໍາມະການສະພາຄັດເລືອກ, ຕິດຕາມກວດກາການພິພາກສາແຫ່ງຊາດ ແລະບາງບັນຫາສໍາຄັນອື່ນອີກ.
 (ແຫຼ່ງຄັດຈາກ VOV)


top