ຂ່າວສານ

ກອງປະຊຸມຄັ້ງທີ 25 ສະພາປະສານງານ ອາຊຽນ

ບັນດາປະເທດສະມາຊິກ ອາຊຽນ ຈະສາມັກຄີນຳກັນຢ່າງແຫນ້ນແຟ້ນໃນການປ້ອງກັນ ສະກັດກັ້ນ ໂລກລະບາດ ໂຄວິດ 19.

 ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ

ກອງປະຊຸມຄັ້ງທີ 25 ສະພາປະສານງານ ອາຊຽນ ຖືກຈັດຂຶ້ນທາງອອກລາຍໃນຕອນເຊົ້າວັນທີ 9 ເມສາປີ 2020 ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 10 ປະເທດ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ. ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ, ປະທານສະພາປະສານງານ ອາຊຽນ ເປັນປະທານກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ແບ່ງປັນບົດຮຽນຂອງຫວຽດນາມໃນການປ້ອງກັນ ສະກັດກັ້ນ ໂລກລະບາດ ໂຄວິດ 19 ໂດຍມີການເຂົ້າຮ່ວມຂອງທັງລະບົບການເມືອງ, ທຸກຂັ້ນ, ຂະແຫນງການຕ່າງໆ ແລະ ປະຊາຊົນ, ໃນນັ້ນ ມີການຫນູນຊ່ວຍຈາກກອງທັບ. ຍ້ອນເຫດນັ້ນ ຫວຽດນາມ ບັນລຸໄດ້ບັນດາໝາກຜົນຕັ້ງຫນ້າໃນເບື້ອງຕົ້ນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ເນັ້ນຫນັກວ່າ: ອາຊຽນ ຄວນສືບຕໍ່ຍູ້ແຮງວິທີສຳຜັດສັງລວມ ຄົບຊຸດ, ລະຫວ່າງຂະແຫນງ, ລະຫວ່າງເສົາຄ້ຳຂອງທັງປະຊາຄົມອາຊຽນ ກໍ່ຄືການຮ່ວມມືກັບບັນດາຄູ່ຮ່ວມມືໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19.

ສະພາປະສານງານ ອາຊຽນ ກໍ່ໄດ້ປຶກສາຫາລືວຽກງານກະກຽມໃຫ້ກອງປະຊຸມສຸດຍອດພິເສດຂອງ ອາຊຽນ ແລະ ອາຊຽນ + 3 (ກັບຈີນ, ຍີ່ປຸ່ນ, ສ.ເກົາຫລີ) ກ່ຽວກັບການຮັບມືກັບໂລກລະບາດ ໂຄວິດ 19 ທາງອອນລາຍ ຄາດວ່າ ຈະດຳເນີນໃນວັນທີ 14 ເມສາ. ບັນດາທ່ານລັດຖະມົນຕີສະພາປະສານງານ ອາຊຽນ ຢືນຢັນວ່າ ຈະສົມທົບກັນຢ່າງແຫນ້ນແຟ້ນ ແລະ ກັບປະທານປະເທດ ອາຊຽນ, ຫວຽດນາມ ກໍ່ຄືບັນດາຄູ່ຮ່ວມມືຈີນ ຍີ່ປຸ່ນ, ສ. ເກົາຫລີ ເພື່ອກະກຽມບັນດາກອງປະຊຸມທີ່ມີຄວາມໝາຍສຳຄັນພິເສດນີ້ໃຫ້ເປັນຢ່າງດີ.

ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຢືນຢັນຄຳໝັ້ນສັນຍາວ່າ ບັນດາປະເທດສະມາຊິກ ອາຊຽນ ຈະສາມັກຄີນຳກັນຢ່າງແຫນ້ນແຟ້ນໃນການປ້ອງກັນ ສະກັດກັ້ນ ໂລກລະບາດ ໂຄວິດ 19.

 (ແຫຼ່ງຄັດຈາກ VOV)


top