ຂ່າວສານ

ກອງປະຊຸມຄັ້ງທີ 16 ຄະນະກຳມະການປະສົມຫວຽດນາມ-ອິນເດຍ

ວັນທີ 28 ສິງຫາ ຢູ່ ຮ່າໂນ້ຍ, ກອງປະຊຸມຄັ້ງທີ 16 ຄະນະກຳມະການປະສົມ ຫວຽດນາມ - ອິນເດຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານນາງ ລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ
ແລະ ທ່ານນາງ ລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານນາງ ລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj ລ້ວນແຕ່ຕີລາຄາວ່າ: ການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ  - ອິນເດຍ ສືບຕໍ່ພັດທະນາອັນດີງາມ ແລະ ມີຫລາຍຂີດໝາຍສຳຄັນ. ສອງຝ່າຍເຫັນດີຊຸກຍູ້ການຢ້ຽມຢາມຫວຽດນາມຂອງການນຳຂັ້ນສູງອິນເດຍໃນໄລຍະຈະມາເຖິງ ແລະຮັກສາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ, ເພີ່ມທະວີການສົ່ງເສີມການລົງທຶນ ອິນເດຍ ເຂົ້າໃນບັນດາຂົງເຂດຫວຽດນາມ ໃຫ້ບຸລິມະສິດ.

ສອງຝ່າຍກໍ່ຮັບຮູ້ວ່າ ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ກໍ່ຄືວັດທະນະທຳ, ທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ ສືບຕໍ່ພັດທະນາຢ່າງແຮງ. ສອງຝ່າຍຕີລາຄາສູງການສົມທົບກັນຢ່າງແຫນ້ນແຟ້ນ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ຢູ່ ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນຢູ່ ສປຊ, ສົມທົບກັນໃນຂອບເຂດຮ່ວມມື ອາຊຽນ - ອິນເດຍ ແລະ ບັນດາກົນໄກພາກພື້ນ ໂດຍ ອາຊຽນ ເປັນເຈົ້າພາທາງ.

ກ່ຽວກັບການຜັນແປມໍ່ໆມານີ້ ຢູ່ ທະເລຕາເວັນອອກ, ສອງຝ່າຍຢັ້ງຢືນຄືນ ຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນ ຢູ່ ທະລາຕາເວັນອອກ, ສະຫນັບສະຫນູນແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ.

ສິ້ນສຸດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ລັດຖະມົນຕີການຕ່າງປະເທດ ອິນເດຍSushma Swaraj ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງຂອງກອງປະຊຸມ. ເນື່ອງໃນໂອກາດນີ້ ຜູ້ຕາງຫນ້າຄະນະກຳມະການປະຊາຊົນແຂວງ ນີງທ້ວນ ແລະ ສະຖານທູດອິນເດຍ ປະຈຳຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືເພື່ອປະຕິບັດ 07 ໂຄງການຫນູນຊ່ວຍໃຫ້ປະຊາຄົມຊາວເຜົ່າຈຳ ຢູ່ ແຂວງ ນີງທ້ວນ. ຄາດວ່າ ກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມ ຫວຽດນາມ - ອິນເດຍ ຈະດຳເນີນຢູ່ ອິນເດຍ ໃນປີ 2020.

ຕອນບ່າຍວັນດຽວກັນ, ຢູ່ ສຳນັກງານລັດຖະບານ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ ລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj.  ທ່ານນາຍົກລັດຖະມົນຕີ ຕີລາສູງບົດບາດຂອງກະຊວງການຕ່າງປະເທດອິນເດຍ ແລະ ທ່ານນາງ ເອງ ທີ່ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຂອງທ່ານນາຍົກລັດຖະມົນຕີເມື່ອເດືອນມັງກອນປີ 2018 ກໍ່ຄືຊຸກຍູ້ການພົວພັນສອງຝ່າຍ.

(ແຫຼ່ງຄັດຈາກ VOV)



top