
		 ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
	
		(ພາບ: TTXVN)
	
		ເຂົ້າຮ່ວມກອງປະຊຸມມີທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ; ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝິນ.
	
		      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ໄດ້ຕີລາຄາສູງການເຄື່ອນໄຫວຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃນໄລຍະ 6 ເດືອນຜ່ານມາ. ທ່ານນາງ ເຈືອງທິມາຍ ສະເໜີໃຫ້ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສືບຕໍ່ເອົາໃຈໃສ່ເຖິງບັນດາປັດໃຈພັດທະນາເສດຖະກິດ, ສັງຄົມ ເພື່ອພ້ອມກັນເປັນເສນາທິການ, ສະເໜີທິດທາງແກ້ໄຂບັນດາບັນຫາທີ່ຍັງຫຍໍ້ທໍ້, ຈຳກັດໃນວິວັດທະນາການພັດທະນາ, ບັນດາບັນຫາຕິດພັນກັບຊີວິດສັງຄົມຂອງປະຊາຊົນ.
	
		      ສ່ວນທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝິນ ສະເໜີວ່າ: ຈາກບັນດາບັນຫາຕົວຈິງ, ໃນໄລຍະຈະມາເຖິງ ແນວໂຮມປະເທດຊາດ ຕ້ອງປະຕິບັດໜ້າທີ່ຕິດຕາມກວດກາ, ຕີລາຄາສັງຄົມ ແລະ ແກ້ໄຂບັນດາບັນຫາທີ່ສັບສົນເກີດຂຶ້ນຈາກຂັ້ນຮາກຖານຢ່າງມີປະສິດທິຜົນ…
	
		(ແຫຼ່ງຄັດຈາກ VOV)