ຂ່າວສານ

ກອງປະຊຸມຄະນະປະຈໍາ ເວທີປາໄສທ່ອງທ່ຽວລະຫວ່າງພາກພື້ນອາຊີຕາເວັນອອກຄັ້ງທີ 19

ທີ່ນະຄອນຮ້າລອງ (ແຂວງກວ໋າງນິງ) ຂອງຫວຽດນາມ ພວມດໍາເນີນກອງປະຊຸມຄະນະປະຈໍາ ເວທີປາໄສການທ່ອງທ່ຽວລະຫວ່າງພາກພື້ນ (EATOF) ຄັ້ງທີ 19  ເພື່ອແນໃສ່ເປັນເອກະພາບຕໍ່ເນື້ອໃນກະກຽມໃຫ້ແກ່ກອງປະຊຸມສະມັດຊາໃຫຍ່ EATOF ຄັ້ງທີ 17, ເຊິ່ງຈະຈັດຂຶ້ນຢູ່ແຂວງກວ໋າງນິງໃນປີ 2020.

ກອງປະຊຸມຄະນະປະຈໍາ ເວທີປາໄສທ່ອງທ່ຽວລະຫວ່າງພາກພື້ນອາຊີຕາເວັນອອກຄັ້ງທີ 19 (ພາບ: TTXVN)

ນອກຈາກບັນດາຮູບແບບການທ່ອງທ່ຽວຄື ທ່ອງທ່ຽວແບບຄົ້ນຫາ, ທ່ອງທ່ຽວເຂດຊຸມຊົນ ແລ້ວ, ທີ່ກອງປະຊຸມ, ບັນດາຜູ້ແທນຍັງໄດ້ເນັ້ນໜັກເຖິງຮູບແບບການທ່ອງທ່ຽວຂຽວ ແລະ ເຮັດແຈ້ງຄວາມຮັບຜິດຊອບຂອງບັນດາປະເທດສະມາຊິກໃນອະນາຄົດ. ຜ່ານການຮ່ວມມືຂອງບັນດາສະມາຊິກ, EATOF ຈະຊ່ວຍເສີມຂະຫຍາຍທ່າໄດ້ປຽບທາງດ້ານທໍາມະຊາດຂອງບັນດາທ້ອງຖິ່ນໃຫ້ດີທີີ່ສຸດ ດ້ວຍຈຸດປະສົງພັດທະນາການທ່ອງທ່ຽວຂຽວແບບຍືນຍົງ, ປະກອບສ່ວນຊຸກຍູ້ການພັດທະນາບັນດາຂົງເຂດວັດທະນະທໍາ, ສິລະປະ ແລະ ເສດຖະກິດຂອງແຕ່ລະທ້ອງຖິ່ນ, ແຕ່ລະປະເທດສະມາຊິກ. ທ່ານ ຟ້າມງອັກຖຸ໋ຍ, ຫົວໜ້າພະແນກການທ່ອງທ່ຽວແຂວງກວ໋າງນິງ ໃຫ້ຮູ້ວ່າ:

        “ຜ່ານບັນດາກອງປະຊຸມຄືແນວນີ້, ແຂວງກວ໋າງນິງ ສາມາດເຊື່ອມຕໍ່ການທ່ອງທ່ຽວຢ່າງກວ້າງຂວາງນັບແຕ່ເຂດອາຊີຕາເວັນອອກສ່ຽງເໜືອ ໄປຍັງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ນີ້ແມ່ນການກະທໍາທີ່ຈໍາເປັນ, ໂດຍສະເພາະແມ່ນໃນການພັດທະນາການທ່ອງທ່ຽວຂຽວ. ເພື່ອພັດທະນາການທ່ອງທ່ຽວຂຽວ ຕ້ອງຕັດສິນໃຈເຂົ້າຮ່ວມການເຄື່ອນໄຫວຂອງອໍານາດການປົກຄອງ, ບັນດາຂໍ້ກໍານົດກົດລະບຽບຢ່າງລະອຽດ”.

        ໄດ້ສ້າງຕັ້ງຂຶ້ນມາແຕ່່ປີ 1999 ຢູ່ Gangwon, ປະເທດສ.ເກົາຫຼີ, EATOF ແມ່ນອົງການຈັດຕັ້ງກ່ຽວກັບການທ່ອງທ່ຽວລະຫວ່າງພາກພື້ນ ອາຊີຕາເວັນອອກ ດ້ວຍເປົ້າໝາຍຮ່ວມມືພັດທະນາຂະແໜງອຸດສາຫະກໍາການທ່ອງທ່ຽວຕາມທິດຍືນຍົງ. ປັດຈຸບັນ, EATOF ມີ 10 ສະມາຊິກ ເຊິ່ງແມ່ນບັນດາທ້ອງຖິ່ນທີ່ຂຶ້ນກັບບັນດາປະເທດໃນພາກພື້ນ ອາຊີຕາເວັນອອກ, ໃນນັ້ນມີແຂວງກວ໋າງນິງຂອງຫວຽດນາມ. 

(ແຫຼ່ງຄັດຈາກ VOV)


top