ຂ່າວສານ

ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 10 ໄດ້ອັດລົງ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາອົງການປະຕິບັດກົດໝາຍວ່າດ້ວຍການປະກາດໃຊ້ນິຕິກຳຢ່າງເຂັ້ມງວດ
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ພິທີອັດກອງປະຊຸມ (ພາບ: TTXVN)  

 ພາຍຫຼັງທີ່ເຮັດວຽກເປັນເວລາ 1 ອາທິດ, ຕອນບ່າຍວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດວາລະອັດກອງປະຊຸມຄັ້ງທີ 10.

ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາອົງການປະຕິບັດກົດໝາຍວ່າດ້ວຍການປະກາດໃຊ້ນິຕິກຳຢ່າງເຂັ້ມງວດ; ສະເໜີລັດຖະບານສະຫງວນເວລາຫຼາຍກວ່າ ໃຫ້ແກ່ວຽກງານສ້າງລະບອບລະບຽບການໃຫ້ສົມບູນແບບ, ປະກອບຄຳເຫັນຢ່າງເຖິງກົກເຖິງປາຍໃສ່ບັນດາບັນຫາສຳຄັນ ຫຼື ບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນ ກ່ອນຈະຍືນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ແລະ ສະພາແຫ່ງຊາດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ຮຽກຮ້ອງໃຫ້ຫ້ອງວ່າການສະພາແຫ່ງຊາດຈົ່ງກະກຽມວຽກງານຖະແຫຼງຂ່າວ, ເອກະສານ, ໂຄສະນາ, ສື່ມວນຊົນ, ບັນດາເງື່ອນໄຂດ້ານພື້ນຖານວັດຖຸຢ່າງລະອຽດ ເພື່ອຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເຊິ່ງຄາດວ່າຈະດຳເນີນໃນວັນທີ 23 ພຶດສະພາ, ຢູ່ ຮ່າໂນ້ຍ.


top