ຂ່າວສານ

ກອງປະຊຸມຄະນະປະຈຳລັດຖະບານຕີລາຄາສະພາບການບຸນເຕັດປີຂານ 2022

      ກອງປະຊຸມຄະນະປະຈຳລັດຖະບານ ຕີລາຄາສະພາບການບຸນເຕັດປີຂານ 2022, ຜັນຂະຫຍາຍບັນດາໜ້າທີ່ພາຍຫຼັງບຸນເຕັດ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
(ກອງປະຊຸມຄະນະປະຈຳລັດຖະບານ)
      ຕອນບ່າຍວັນທີ 03 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ຕີລາຄາສະພາບການບຸນເຕັດປີຂານ 2022, ຜັນຂະຫຍາຍບັນດາໜ້າທີ່ພາຍຫຼັງບຸນເຕັດ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
      ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ທົ່ວປະເທດບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກໃນການຈັດຕັ້ງບຸນເຕັດ ດ້ວຍຄວາມສະຫງົບ, ປອດໄພ ແລະ ຮັບປະກັນຊີວິດສັງຄົມໄດ້ຮັບການຜັນຂະຫຍາຍດ້ວຍຈິດໃຈຄອບຄົວໃດກໍ່ມີບຸນເຕັດ. ພ້ອມທັງຜັນຂະຫຍາຍຍຸດທະສາດສັກວັກຊິນຢ່າງໄວລະດູບານໃໝ່ປີ 2022 ກໍ່ພວມບັນລຸຜົນງານທີ່ດີ. ອາດເວົ້າໄດ້ວ່າ, ມາຮອດປະຈຸບັນ ຫວຽດນາມ ໄດ້ປະຕິບັດສຳເລັດໂດຍພື້ນຖານບັນດາເປົ້າໝາຍທີ່ໄດ້ວາງອອກກ່ອນບຸນເຕັດ.
      ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ປະກອບຄຳເຫັນເພື່ອພາຍຫຼັງບຸນເຕັດ, ນາຍົກລັກຖະມົນຕີຈະປະກາດໃຊ້ຄຳສັ່ງກ່ຽວກັບໜ້າທີ່ຈຸດສຸມພາຍຫຼັງບຸນເຕັດ ແລະ ໄຕມາດທີ 1 ປີ 2022; ສືບຕໍ່ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີຮຽກຮ້ອງເປີດປະຕູໂຮງຮຽນໃນຂອບເຂດທົ່ວປະເທດນັບແຕ່ວັນທີ 07 – 14 ກຸມພາ ຕາມການຊີ້ນຳຂອງກະຊວງສຶກສາ ແລະ ບຳລຸງ      ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງກະກຽມເປີດປະຕູການທ່ອງທ່ຽວດ້ວຍຄວາມປອດໄພຍິ່ງໄວກໍ່ຍິ່ງດີ, ຊ້າສຸດແມ່ນໃນວັນທີ 30 ເມສາ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2022), ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຫວຽດນາມ ຕັດສິນໃຈປະຕິບັດແນວທາງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງເຂັ້ມງວດ, ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)


top