ຂ່າວສານ

ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເນັ້ນໜັກ ວ່າ ໃນບັນດາຖ້ຽວບິນນຳສົ່ງພົນລະເມືອງກັບເມືອປະເທດ, ບໍ່ຮູ້ວ່າ ຈະມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຫຼືບໍ, ດັ່ງນັ້ນ ມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບັນດາຖ້ຽວບິນຕ້ອງໄດ້ຮັບການປະຕິບັດຢ່າງເຂັ້ມງວດຄືໃນໂຮງໝໍທີ່ພວມມີຜູ້ຕິດເຊື້ອພະຍາດໂຄວິດ - 19.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມເປັນປະທານກອງປະຊຸມ (ພາບ: TTXVN)
      ຕອນບ່າຍວັນທີ 7 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມ ຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຫວຽດນາມ. ຕາມການລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລ້ວ, ແຕ່ເດືອນເມສາມາຮອດປັດຈຸບັນ,  ຂະແໜງການບິນໄດ້ປະຕິບັດ ຖ້ຽວບິນ 307 ຖ້ຽວນຳສົ່ງພົນລະເມືອງ ຫວຽດນາມ 65.423 ຄົນ ຈາກຕ່າງປະເທດກັບເມືອປະເທດ, ໃນນັ້ນພົບຜູ້ຕິດເຊື້ອພະຍາດໂຄວິດ - 19ຈຳນວນ 440 ຄົນ ຢູ່ 84 ຖ້ຽວບິນ.
            ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເນັ້ນໜັກ ວ່າ ໃນບັນດາຖ້ຽວບິນນຳສົ່ງພົນລະເມືອງກັບເມືອປະເທດ, ບໍ່ຮູ້ວ່າ ຈະມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຫຼືບໍ, ດັ່ງນັ້ນ ມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບັນດາຖ້ຽວບິນຕ້ອງໄດ້ຮັບການປະຕິບັດຢ່າງເຂັ້ມງວດຄືໃນໂຮງໝໍທີ່ພວມມີຜູ້ຕິດເຊື້ອພະຍາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)


top