ຂ່າວສານ

ກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມືແບບສອງຝ່າຍ ລະຫວ່າງ ຫວຽດນາມ - ຟີລິບປີນ

      ໂດຍຮັບຄຳເຊີນຂອງທ່ານ Teodoro Lopez Locsin ລັດຖະມົນຕີການຕ່າງປະເທດ ຟີລິບປີນ, ວັນທີ 6 ມີນາ ປີ 2019, ທ່ານ ຟ້າມບິງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມ ຟີລິບປີນ ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມະການປະສົມກ່ຽວກັບການມືແບບສອງຝ່າຍ ລະຫວ່າງ ຫວຽດນາມ - ຟີລິບປີນ ຄັ້ງທີ 9.

ທ່ານ ຟ້າມບິງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Teodoro Lopez Locsin ລັດຖະມົນຕີການຕ່າງປະເທດ ຟີລິບປີນ ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງຂອງກອງປະຊຸມ
      ຢູ່ທີ່ກອງປະຊຸມ, ທັງສອງຝ່າຍໄດ້ສະແດງຄວາມພໍໃຈເມື່ອເຫັນວ່າການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ນັບມື້ນັບມີຄຸນນະພາບຜ່ານບັນດາການເຄື່ອນໄຫວພົບປະສັງສັນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນລະຫວ່າງ ກຳລັງປະກອບອາວຸດຂອງສອງປະເທດ, ກໍ່ຄືການຮັກສາບັນດາກົນໄກເຈລະຈາດ້ານນະໂຍບາຍປ້ອງກັນຊາດໃຫ້ເປັນປະຈຳ.
            ທັງສອງຝ່າຍໄດ້ເຫັນດີເປັນເອກະພາບຈະຜັນຂະຫຍາຍບັນດາມາດຕະການເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດໃຫ້ຫຼາຍຂຶ້ນ, ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ວິສາຫະກິດສອງປະເທດເພື່ອເພີ່ມທະວີການຮ່ວມມື, ດຳເນີນທຸລະກິດ; ຊຸກຍູ້ບັນດາມາດຕະການສົ່ງເສີມແຂກທ່ອງທ່ຽວຂອງສອງປະເທດໄປຍັງບັນດາຕະຫຼາດຂອງກັນໃຫ້ຫຼາຍຂຶ້ນໃນໄລຍະຈະມາເຖິງ.
            ແລກປ່ຽນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນ, ທັງສອງຝ່າຍໄດ້ຢັ້ງຢືນວ່າຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທິປາໄສຫຼາຍຝ່າຍ, ຕັດສິນໃຈປະສານສົມທົບກັບບັນດາປະເທດສະມາຊິກອາຊຽນເພື່ອຊຸກຍູ້ຄວາມສາມັກຄີອາຊຽນ, ເພີ່ມທະວີບົດບາດໃຈກາງຂອງອາຊຽນສຳລັບບັນດາບັນຫາດ້ານຄວາມໝັ້ນຄົງ, ຍຸດທະສາດຂອງພາກພື້ນ. ທັງສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຍຸດທະສາດຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພການເດີນທາງທະເລ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາຂໍ້ຂັດແຍ້ງໂດຍສັນຕິວິທີ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕຶ່ມ, ປອດການທະຫານ, ເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ1982.
            ເມື່ອສິ້ນສຸດກອງປະຊຸມ, ທ່ານ ຟ້າມບິງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Teodoro Lopez Locsin ລັດຖະມົນຕີການຕ່າງປະເທດ ຟີລິບປີນ ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງຂອງກອງປະຊຸມ ແລະ ໂຄງການເຄື່ອນໄຫວຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ -  ຟີລິບປີນ ໄລຍະ 2019 – 2024.
 (ແຫຼ່ງຄັດຈາກ VOV)


top