ຂ່າວສານ

ກອງປະຊຸມຄະນະກຳມະການຄົບຄະນະກ່ຽວກັບປະຊາຄົມເສດຖະກິດອາຊຽນຄັ້ງທີ 10

ກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການຄົບຄະນະກ່ຽວກັບປະຊາຄົມເສດຖະກິດອາຊຽນ (CoW 10) ຖືກດຳເນີນຢູ່ຮ່າໂນ້ຍ.


ກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການຄົບຄະນະກ່ຽວກັບປະຊາຄົມເສດຖະກິດອາຊຽນ

(ພາບ: TTXVN)


ວັນທີ 11 ມັງກອນ, ເປັນມື້ເຮັດວຽກທີ 3 ໃນຂອບເຂດກອງປະຊຸມຊ່ອງຮ່ວມມືເສດຖະກິດອາຊຽນ 2020, ກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການຄົບຄະນະກ່ຽວກັບປະຊາຄົມເສດຖະກິດອາຊຽນ (CoW 10) ຖືກດຳເນີນຢູ່ຮ່າໂນ້ຍ. ເນື້ອໃນຕົ້ນຕໍຂອງກອງປະຊຸມ CoW 10 ແມ່ນຊຸມໃສ່ປະສານງານການເຄື່ອນໄຫວໃນອາຊຽນ ທີ່ກ່ຽວຂ້ອງເຖິງເສົ້າຄ້ຳເສດຖະກິດ, ໃນນັ້ນມີບັນດາບຸລິມະສິດຕົ້ນຕໍຂຶ້ນກັບເສົ້າຄ້ຳເສດຖະກິດຂອງອາຊຽນ ປີ 2020 ໂດຍຫວຽດນາມ ສະເໜີ, ບັນດາບຸລິມະສິດຂຶ້ນກັບບັນດາເສົ້າຄ້ຳອື່ນຂອງອາຊຽນຄື: ຄວາມໝັ້ນຄົງດ້ານການເມືອງ, ວັດທະນະທຳສັງຄົມ, ການເພີ່ມທະວີລັກສະນະເຊື່ອມຕໍ່ໃນອາຊຽນ…

          ຫວຽດນາມ ດ້ວຍຖານະບົດບາດເປັນປະທານອາຊຽນ 2020 ຫວຽດນາມ ໄດ້ແນະນຳ ແລະ ເປັນປະທານວາລະປຶກສາຫາລືທີ່ກອງປະຊຸມ ສຳລັບເນື້ອໃນບັນດາຂໍ້ລິເລີ່ມບຸລິມະສິດຂຶ້ນກັບເສົ້າຄ້ຳເສດຖະກິດໃຫ້ແກ່ປີ ອາຊຽນ 2020, ດ້ວຍການກຳນົດທິດຕົ້ນຕໍ 3 ຢ່າງຄື: ຊຸກຍູ້ການຮ່ວມສຳພັນ ແລະ ການເຊື່ອມຕໍ່ພາກພື້ນພາຍໃນກຸ່ມອາຊຽນ; ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ; ຍົກສູງກຳລັງຮັບມື ແລະ ປະສິດທິຜົນການເຄື່ອນໄຫວຂອງອາຊຽນ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top