ຂ່າວສານ

ກອງປະຊຸມຂັ້ນຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ອາຊຽນ+3

      ຕອນເຊົ້າວັນທີ 5 ສິງຫາ, ຢູ່ຮ່າໂນ້ຍ ໄດ້ຈັດກອງປະຊຸມຂັ້ນຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ອາຊຽນ+3. ນີ້ແມ່ນກອງປະຊຸມທີ່ສຳຄັນໃນບັນດາເຫດການຮ່ວມມືດ້ານການເງິນອາຊຽນ ແລະ ອາຊຽນ+3 ໂດຍຫວຽດນາມເປັນເຈົ້າພາບຈັດຕັ້ງໃນປີນີ້.

ກອງປະຊຸມຂັ້ນຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ອາຊຽນ+3 
      ທີ່ກອງປະຊຸມ, ຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ບັນດາປະເທດອາຊຽນ ພ້ອມກັບຄູ່ຮ່ວມຈີນ, ສເກົາຫຼີ, ໄຕ້ຫວັນ ໄດ້ປຶກສາຫາລືກ່ຽວກັບບັນດາຂໍ້ລິເລີ່ມຮ່ວມມືທາງດ້ານການເງິນຂອງພາກພື້ນຄື: ຫັນຂໍ້ລິເລີ່ມຊຽງໄຮ່ເປັນຫຼາຍຝ່າຍ, ພັດທະນາຕະຫຼາດພັນທະບັດອາຊີ…. ຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ຍັງດຳເນີນວາລະປະຊຸມພິເສດເພື່ອແບ່ງປັນກ່ຽວກັບມາດຕະການຮັບມືກັບບັນດາຜົນກະທົບຂອງໂລກລະບາດ COVID-19 ,  ອັບເດັດສະພາບການ ແລະ ຕີລາຄາແງ່ຫວັງເສດຖະກິດມະຫາພາກຂອງບັນດາປະເທດໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)
 


top