ກອງປະຊຸມຂັ້ນສູງຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ຈະຖືກຈັດຂຶ້ນໃນວັນທີ 24 ສິງຫາທີ່ຈະມາເຖິງຕາມຮູບການອອນລາຍ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ຄູ່ຕຳແໜ່ງຈີນ ທ່ານຫລີເຄີສຽງ.
ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ (ຊ້າຍ) ແລະ ທ່ານຫລີເຄີສຽງ (ພາບ :China Daily
)
ກອງປະຊຸມມີການເຂົ້າຮ່ວມຂອງການນຳບັນດາປະເທດກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຈີນ. ກອງປະຊຸມມີຫົວເລື່ອງ “ເພີ່ມທະວີການຮ່ວມມືເພື່ອຄວາມວັດທະນາຖາວອນລວມ” ຈະຕີລາຄາກ່ຽວກັບໝາກຜົນການຮ່ວມມືລະຫວ່າງ 5 ປະເທດແມ່ນ້ຳຂອງ ແລະ ຈີນ, ພ້ອມທັງປຶກສາຫາລື ແລະ ຮັບຮອງເອົາເອກະສານການຮ່ວມມືໃໝ່ຈຳນວນໜຶ່ງ. ທີ່ກອງປະຊຸມ, ລາວ ຈະມອບສົ່ງຕຳແໜ່ງເປັນປະທານຮ່ວມໃຫ້ແກ່ມຽນມາ ເພື່ອຕາງໜ້າບັນດາ ປະເທດແມ່ນ້ຳຂອງ ເປັນປະທານກອງປະຊຸມ ພ້ອມກັບຈີນ ໃນ 2 ປີຕໍ່ໄປ. ປະຈຸບັນ, ຈີນແມ່ນຄູ່ຮ່ວມມືດ້ານການຄ້າລາຍໃຫ່ຍກ່ວາໝູ່ຂອງ ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ແລະ ແມ່ນຄູ່ຮ່ວມມືດ້ານການຄ້າໃຫ່ຍອັນດັບທີ 2 ຂອງລາວ. ຍອດຈຳນວນເງິນລົງທຶນຂອງຈີນ ແລະ 5 ປະເທດດັ່ງກ່າວແມ່ນກ່ວາ 42 ຕື້ USD ດ້ວຍລະດັບຄວາມໄວເພີ່ມຂຶ້ນກ່ວາ 20%.
(ແຫຼ່ງຄັດຈາກ VOV)