ຂ່າວສານ

ກອງປະຊຸມຂັ້ນສູງ MRC ຈະຈັດຂຶ້ນຢູ່ ສປປ ລາວ ໃນຕົ້ນເດືອນ ເມສາ ຈະມາເຖິງ

ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ ແລະ ບັນດາການນຳທີ່ມາຈາກບັນ3ດາປະເທດຄູ່ເຈລະຈາ ພ້ອມກັບບັນດາຄູ່ຮ່ວມມືພັດທະນາເພື່ອຕີລາຄາກ່ຽວກັບສະພາບການຮ່ວມມືແມ່ຂອງ ກໍ່ຄືຍົກອອກບັນດາການກຳນົດທິດຍຸດທະສາດ.
  ກອງປະຊຸມຂັ້ນສູງ ຄະນະກຳມາທິການແມ່ຂອງສາກົນ (MRC) ແລະ ກອງປະຊຸມສາກົນ MRC ຄັ້ງທີ 4 ຢູ່ນະຄອນຫຼວງ ວຽງຈັນ (ພາບ:Thanh Liêm/TTXVN)  

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມຂັ້ນສູງ ຄະນະກຳມາທິການແມ່ຂອງສາກົນ (MRC) ແລະ ກອງປະຊຸມສາກົນ MRC ຄັ້ງທີ 4 ຢູ່ນະຄອນຫຼວງ ວຽງຈັນ, ແຕ່ວັນທີ 2 – 5 ເມສາ ຈະມາເຖິງ. ເຂົ້າຮ່ວມ ກອງປະຊຸມມີບັນດາຜູ້ນຳລັດຖະບານທີ່ມາຈາກ 4 ປະເທດສະມາຊິກເຊິ່ງລວມມີ: ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ ແລະ ບັນດາການນຳທີ່ມາຈາກບັນ3ດາປະເທດຄູ່ເຈລະຈາ ພ້ອມກັບບັນດາຄູ່ຮ່ວມມືພັດທະນາເພື່ອຕີລາຄາກ່ຽວກັບສະພາບການຮ່ວມມືແມ່ຂອງ ກໍ່ຄືຍົກອອກບັນດາການກຳນົດທິດຍຸດທະສາດ.

ພ້ອມກັບກອງປະຊຸມຂັ້ນສູງ MRC ຈະຈັດກອງປະຊຸມສາກົນ MRC, ເຊິ່ງດຶງດູດການເຂົ້າຮ່ວມຂອງບັນດານັກຊ່ຽວຊານພາກພື້ນ ແລະ ທົ່ວໂລກທີ່ມາຈາກຫຼາຍຂົງເຂດຄື: ນ້ຳ ແລະ ບັນດາແຫຼ່ງຊັບພະຍາກອນທຳມະຊາດທີ່ກ່ຽວຂ້ອງ, ພະລັງງານ, ທັນຍາຫານ, ຄົມມະນາຄົມ, ເພື່ອປຶກສາຫາລືກ່ຽວກັບບັນດາຂໍ້ມູນຂ່າວຫຼ້າສຸດ, ບັນດາມາດຕະການປະດິດຄິດສ້າງດີທີ່ສຸດກ່ຽວຂ້ອງເຖິງແມ່ນ້ຳຂອງ ແລະ ບັນດາເຂດລົ່ງແມ່ນ້ຳອື່ນໆອີກ.


top