ຂ່າວສານ

ກອງປະຊຸມຂັ້ນລັດຖະມົນຕີ G20 ບໍ່ສາມາດອອກຖະແຫຼງການຮ່ວມໄດ້

ບັນດາຝ່າຍເຂົ້າຮ່ວມກອງປະຊຸມບໍ່ສາມາດເປັນເອກະພາບທາງດ້ານເນື້ອໃນຖະແຫຼງການຮ່ວມຍ້ອນມີຄວາມບໍ່ລົງລອຍກັນກ່ຽວກັບຄຳສັບໃນຖະແຫຼງການຮ່ວມ
ກອງປະຊຸມ G20 ໄດ້ອັດລົງຢູ່ Bengaluru, ລັດ Karnataka ປະເທດ ອິນເດຍ (ພາບ:Reuters/TTXVN)

ວັນທີ 25 ກຸມພາກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ໄດ້ອັດລົງຢູ່ Bengaluru, ລັດ Karnataka ປະເທດ ອິນເດຍດ້ວຍການປະກາດບົົດສະຫລຸບກອງປະຊຸມແທນທີຖະແຫຼງການຮ່ວມ.

ບັນດາຝ່າຍເຂົ້າຮ່ວມກອງປະຊຸມບໍ່ສາມາດເປັນເອກະພາບທາງດ້ານເນື້ອໃນຖະແຫຼງການຮ່ວມຍ້ອນມີຄວາມບໍ່ລົງລອຍກັນກ່ຽວກັບຄຳສັບໃນຖະແຫຼງການຮ່ວມ. ແທນທີນັ້ນ, ປະເທດປະທານ G20 ແມ່ນອິນເດຍໄດ້ປະກາດບົດສະຫລຸບກອງປະຊຸມໂດຍປະເທດປະທານຮຽບຮຽງກ່ຽວກັບເນື້ອໃນການເຮັດວຽກຂອງກອງປະຊຸມ. ເນື້ອໃນບົດສະຫລຸບເນັ້ນໜັກວ່າ ຕ້ອງມີບັນດານະໂຍບາຍເງິນຕາ, ປີການເງິນ ແລະ ໂຄງປະກອບເໝາະສົມເພື່ອຊຸກຍູ້ການພັດທະນາ ແລະ ຮັກສາສະຖຽນລະພາບດ້ານເສດຖະກິດ ແລະ ການເງິນໃນທົ່ວໂລກ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບຄວນແກ້ໄຂບັນດາບັນຫາໜີ້ສາທາລະນະຢູ່ບັນດາປະເທດມີລາຍຮັບປານກາງ ແລະ ລາຍຮັບຕ່ຳ ພ້ອມທັງຢັ້ງຢືນບັນດາປະເທດເຈົ້າໜີ້ຄວນເພີ່ມທະວີການສົມທົບຫຼາຍຝ່າຍ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມກໍ່ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ການສົມທົບນະໂຍບາຍມະຫາພາກ ແລະ ການໜູນຊ່ວຍປະຕິບັດໂຄງການດຳເນີນງານ 2030 ແລະ ພັດທະນາແບບຍືນຍົງຂອງ ສປຊ.


top