ທ່ານຜູ້ປະຈຳການຄະນະເລຂາ ເຈິ່ນເກີມຕູ ຮຽກຮ້ອງໃຫ້ຂະແໜງການທູດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ງ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງປະຊາຊົນ, ມະຫາຊົນໂດຍພັກ, ລັດມອບໝາຍໜ້າທີ່ ສືບຕໍ່ຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດຂອງການທູດພັກ, ການທູດປະຊາຊົນ
ໃນຂອບເຂດກອງປະຊຸມການທູດຄັ້ງທີ 33, ຕອນເຊົ້າວັນທີ 05 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ວາລະປະຊຸມຄົບຄະນະກ່ຽວກັບການທູດພັກ ແລະ ການທູດປະຊາຊົນ. ວາລະປະຊຸມໄດ້ເຊື່ອມຕໍ່ທາງໄກກັບ 34 ແຂວງ, ນະຄອນ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຜູ້ປະຈຳການຄະນະເລຂາ ເຈິ່ນເກີມຕູ ຮຽກຮ້ອງໃຫ້ຂະແໜງການທູດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ງ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງປະຊາຊົນ, ມະຫາຊົນໂດຍພັກ, ລັດມອບໝາຍໜ້າທີ່ ສືບຕໍ່ຍົກສູງຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ບົດບາດຂອງການທູດພັກ, ການທູດປະຊາຊົນ ແລະ ຄວາມສຳຄັນຂອງການສົມທົບກັນ, ຜັນຂະຫຍາຍ 3 ເສົາຄ້ຳການທູດຢ່າງຄົບຊຸດ: ການທູດພັກ, ການທູດລັດ ແລະ ການທູດປະຊາຊົນ.
“ຕ້ອງສຸມໃສ່ປັບປຸງ ແລະ ເຮັດໃຫ້ການພົວພັນກັບບັນດາພັກການເມືອງໃຫ້ເລິກເຊິ່ງກວ່າ, ໂດຍສະເພາະແມ່ນບັນດາພັກກຳອຳນາດຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ, ພັກສວມບົດບາດ, ທີ່ຕັ້ງຢູ່ບັນດາປະເທດໃຫຍ່, ບັນດາປະເທດທີ່ ຫວຽດນາມ ໄດ້ສ້າງຕັ້ງຂອບເຂດການພົວພັນ, ເປີດກວ້າງການພົວພັນຊ່ອງພັກ, ສ້າງຄວາມເຫັນດີເຫັນພ້ອມດ້ານການເມືອງໃນເວທີການເມືອງບັນດາປະເທດ ໃນການພົວພັນກັບ ຫວຽດນາມ”.