ຂ່າວສານ

ກອງປະຊຸມ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ອອກຖະແຫຼງການ ພະນົມເປັນ

      ສິ້ນສຸດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ມອບບົດບາດເປັນເຈົ້າພາບຮ່ວມຈັດຕັ້ງກອງປະຊຸມປະທານການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງໃຫ້ທ່ານ ນາຍົກລັດຖະມົນຕີ ສປປ ລາວ.
ດ້ວຍຫົວຂໍ້ “ແມ່ນ້ຳສັນຕິພາບ ແລະ ພັດທະນາແບບຍືນຍົງຂອງພວກເຮົາ”, ກອງປະຊຸມ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ໄດ້ດຳເນີນໃນວັນທີ 10 ມັງກອນ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ.

ທີ່ກອງປະຊຸມ
      ບັນດາການນຳຢືນຢັນຄືນໃໝ່ກ່ຽວກັບເປົ້າໝາຍສ້າງພາກພື້ນແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງສັນຕິພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ; ເຫັນດີເປັນເອກະພາບຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄວນປະກອບສ່ວນເຂົ້າໃນວິວັດການພັດທະນາເສດຖະກິດ - ສັງຄົມຂອງພາກພື້ນຢ່າງຕັ້ງໜ້າກວ່າອີກ, ຮັດແຄບຊ່ອງຫວ່າງພັດທະນາລະຫວ່າງບັນດາປະເທດສະມາຊິກ ແລະ ໜູນຊ່ວຍສ້າງປະຊາຄົມ ອາຊຽນ. ພ້ອມກັນນັ້ນ, ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງກໍ່ຄວນສົມທົບກັນຢ່າງກົມກຽວກັບບັນດາລາຍການ, ແຜນການພັດທະນາຄືແຜນການສັງລວມເຊື່ອມຕໍ່ ອາຊຽນ (MPAC), ຂໍ້ລິເລີ່ມເຊື່ອມໂຍງເຂົ້າກັບ ອາຊຽນ (IAI), ໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ແລະ ກໍ່ຄືບັນດາຂໍ້ລິເລີ່ມຮ່ວມສຳພັນກັບພາກພື້ນຕ່າງໆ.

ທ່ານ Hun  Sen ນາຍົກລັດຖະມົນຕີ ກຳປູເຈຍ
              ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການ ພະນົມເປັນ ແລະ ແຜນການເຄື່ອນໄຫວ 5 ປີ MLC ໃນໄລຍະ 2018 – 2022 ດ້ວຍບັນດາກຳນົດທິດໃຫຍ່ ແລະ ບັນດາມາດຕະການຜັນຂະຫຍາຍການຮ່ວມມືໃນ 3 ເສົ້າຄ້ຳຄວາມໝັ້ນຄົງ - ການເມືອງ, ເສດຖະກິດ ແລະ ພັດທະນາແບບຍືນຍົງ, ສັງຄົມ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.
            ສິ້ນສຸດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ມອບບົດບາດເປັນເຈົ້າພາບຮ່ວມຈັດຕັ້ງກອງປະຊຸມຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງໃຫ້ທ່ານ ນາຍົກລັດຖະມົນຕີ ສປປ ລາວ.
            ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງກອງປະຊຸມ, ທ່ານ Hun  Sen ນາຍົກລັດຖະມົນຕີ ກຳປູເຈຍໃຫ້ຮູ້ວ່າ:
ສິ້ນສຸດກອງປະຊຸມ, ພວກເຮົາໄດ້ສ້າງຕັ້ງຄະນະເລຂາປະສານງານຂອງແຕ່ລະປະເທດ ແລະ ບາງຄະນະກຳມະການອື່ນເພື່ອໜູນຊ່ວຍໃຫ້ບັນດາປະເທດສະມາຊິກ ແລະ ບາງຫົວໜ່ວຍອື່ນຄືສູນຮ່ວມມືແຫຼ່ງຊັບພະຍາກອນນ້ຳ, ສູນຮັກສາສິ່ງແວດລ້ອມແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແລະ ສູນຄົ້ນຄ້ວາ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ. ພວກຂ້າພະເຈົ້າມີຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈທີ່ສຸດເມື່ອການປະຕິບັດບັນດາຄຳໝັ້ນສັນຍາແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 1ຜ່ານມາເປັນຢ່າງດີ”.

ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ມອບບົດບາດເປັນເຈົ້າພາບຮ່ວມຈັດຕັ້ງກອງປະຊຸມປະທານການຮ່ວມມື
ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງໃຫ້ທ່ານ ນາຍົກລັດຖະມົນຕີ ສປປ ລາວ
      ກໍ່ທີ່ການປະຊຸມຂ່າວ, ທ່ານ ຫຼີເຄີຊຽນ ນາຍົກລັດຖະມົນຕີ ຈີນ ຢືນຢັນຄືນໃໝ່ການສະໜັບສະໜູນສຳລັບບັນດາຫຼັກການພື້ນຖານຂອງການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແມ່ນເຫັນດີເຫັນພ້ອມ, ສະເໝີພາບ, ສົມທົບກັນ ແລະ ທາບທາມຄຳເຫັນເຊິ່ງກັນ ແລະ ກັນ, ສະໝັກໃຈ, ພ້ອມກັນປະກອບສ່ວນ ແລະ ແບ່ງປັນຜົນປະໂຫຍດ, ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)
 

top