ຂ່າວສານ

ກອງປະຊຸມ ສຸດຍອດແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 2 ຊຸກຍູ້ການຜັນຂະຫຍາຍຖະແຫຼງການແມ່ນ້ຳຂອງ - ແມ່ນ້ຳຮານ

      ວັນທີ 13 ພະຈິກ, ກອງປະຊຸມສຸດຍອດ ແມ່ນ້ຳຂອງ- ສ.ເກົາຫຼີຄັ້ງທີ 2 ໄດ້ຈັດຕັ້ງທາງອອນລາຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

ກອງປະຊຸມສຸດຍອດ ແມ່ນ້ຳຂອງ- ສ.ເກົາຫຼີຄັ້ງທີ 2
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ໂດຍໄດ້ສ້າງຕັ້ງມາແຕ່ປີ 2011, ມາຮອດປັດຈຸບັນ, ການຮ່ວມມືແມ່ມ້ຳຂອງ - ແມ່ນ້ຳຮານໄດ້ພັດທະນາຢ່າງແຮງນັບທັງລວງກ້ວາງ ແລະ ລວງເລິກ. ທ່ານກ່າວວ່າ:
            ເລື່ອງການນຳບັນດາປະເທດເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຍົກການພົວພັນແມນ້ຳຂອງ - ສ.ເກົາຫຼີ ຂຶ້ນສູ່ລະດັບສຸດຍອດຢ່າງເປັນທາງ ການ ແລະ ສ້າງການພົວພັນຄູ່ຮ່ວມມືໃຫ້ວັດທະນາຖາວອນ ແລະ ສັນຕິພາບ, ໄດ້ເພີ່ມກຳລັງແຮງໃໝ່ໃຫ້ແກ່ການຮ່ວມມືລະຫ່ວາງ ແມ່ນ້ຳຂອງ - ສ.ເກົາຫຼີ, ປະກອບສ່ວນຍູ້ແຮງວິວັດການສ້າງປະຊາຄົມ ອາຊຽນ, ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ ຊຸກຍູ້ການພັດທະນາແບບຍືນຍົງ ຂອງບັນດາປະເທດສະມາຊິກ.
        ສ່ວນທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae-in ໃຫ້ຮູ້ວ່າ ສ.ເກົາຫຼີຈະສະໜອງເງິນ ຈຳນວນ 10 ລ້ານ USD ເພື່ອໜູນຊ່ວຍວັກຊິນກັນໂລກລະບາດ ໂຄວິດ - 19 ໃຫ້ແກ່ບັນດາປະເທດ ແມ່ນ້ຳຂອງ, ຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານໄພທຳມະຊາດ, ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຜ່ານແດນຂອງພົນລະເຮືອນບັນດາປະເທດແມ່ນ້ຳຂອງ …
(ແຫຼ່ງຄັດຈາກ VOV)


top