ຂ່າວສານ

ກອງປະຊຸມ ສະໄໝສາມັນ ຂອງລັດຖະບານ ກ່ຽວກັບການສ້າງກົດໝາຍ ເດືອນທັນວາ 2022

ລັດຖະບານ ພິຈາລະນາໂຄງຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ ແລະ ສະເໜີສ້າງບັນດາກົດໝາຍ: ກົດໝາຍວ່າດ້ວຍປັບປຸງ, ເພີ່ມເຕີມໃຫ້ແກ່ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ...
  ກອງປະຊຸມສະໄໝສາມັນ ປະຈຳ ເດືອນ ທັນວາ 2022 ຂອງລັດຖະບານ  

ວັນທີ 26 ທັນວາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ, ລັດຖະບານ ໄດ້ຈັດກອງປະຊຸມສະໄໝສາມັນ ປະຈຳ ເດືອນ ທັນວາ 2022 ກ່ຽວກັບການສ້າງກົດໝາຍ.

ຢູ່ທີ່ກອງປະຊຸມ, ລັດຖະບານ ພິຈາລະນາໂຄງຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ ແລະ ສະເໜີສ້າງບັນດາກົດໝາຍ: ກົດໝາຍວ່າດ້ວຍປັບປຸງ, ເພີ່ມເຕີມໃຫ້ແກ່ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ; ກົດໝາຍວ່າດ້ວຍບັດປະຈຳຕົວ (ສະບັບປັບປຸງ); ກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນປະເທດ; ປ້ອງກັນຄວາມສະຫງົບ ແລະ ລະດົມອຸດສາຫະກຳ; ກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຊີດີຈີຕອນ; ກົດໝາຍວ່າດ້ວຍແຜນຜັງຕົວເມືອງ ແລະ ຊົນນະບົດ.

ເລີ່ມຕົ້ນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໃຫ້ຮູ້ວ່າ: ການສ້າງກົດໝາຍ, ສ້າງລະບອບລະລະບຽບການໃຫ້ສົມບູນແບບ ແມ່ນໜຶ່ງໃນສາມບາດກ້າວບຸກທະລຸຍຸດທະສາດ, ແມ່ນຈຸດສຸມບຸລິມະສິດທີ່ ລັດຖະບານສຸມໃສ່ລົງທຶນ, ຈັດຕັ້ງປະຕິບັດຢ່າງຂ້ຽວຂາດ. ວຽກງານການສ້າງ ລະບອບລະບຽບການໃຫ້ສົມບູນແບບໄດ້ມີບາດກ້າວປ່ຽນແປງຢ່າງຕັ້ງໜ້າ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາສະມາຊິກລັດຖະບານ, ສືບຕໍ່ປະກອບຄຳເຫັນກ່ຽວກັບບັນດາບັນຫາສຳຄັນ, ຍັງມີຄຳເຫັນແຕກຕ່າງກັນຕ້ອງໄດ້ປຶກສາຫາລື, ຂໍຄຳເຫັນຈາກລັດຖະບານ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງກອງປະຊຸມ.

 


top