ຂ່າວສານ

ກອງປະຊຸມ ສະພາແຫ່ງຊາດແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ

ຕອນເຊົ້າວັນທີ 17 ທັນວາ, ຢູ່ດານັ້ງ, ສະພາແຫ່ງຊາດຫວຽດນາມສົມທົບກັບສະຫະພັນລັດຖະສະພາສາກົນ (IPU) ແລະ ອົງການ ສະຫະປະຊາຊາດເພື່ອການພັດທະນາ (UNDP) ຈັດກອງປະຊຸມວ່າດ້ວຍຫົວຂໍ້ “ສະພາແຫ່ງຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ” ແລະ ເຜີຍແຜ່ເນື້ອໃນ “ຊຸດເຄື່ອງມືຕີລາຄາ ສະພາແຫ່ງຊາດເອງ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ” ເປັນພາສາຫວຽດນາມ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ
 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ໃນໄລຍະກວ່າ 15 ປີທີ່ຜ່ານມາ, ສະພາແຫ່ງຊາດຫວຽດນາມ ໄດ້ສ້າງກອບກົດໝາຍໃຫ້ສົມບູນແບບເພື່ອການພັດທະນາແບບຍືນຍົງ ແລະ ໄດ້ປະກາດໃຊ້ໃໝ່, ປັບປຸງກົດໝາຍກ່ວາ 300 ສະບັບ, ປະກາດໃຊ້ລັດຖະທຳມະນູນປີ 2013. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ : (ເທບ)

    “ສະພາແຫ່ງຊາດປະຕິບັດການຕິດຕາມກວດກາສູງສຸດສຳລັບການເຄື່ອນໄຫວຂອງບັນດາອົງການສຳນັກງານແຫ່ງລັດ ກ່ຽວກັບໝາກຜົນແຫ່ງການປະຕິບັດ ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ພິຈາລະນາ, ຕົກລົງການຈັດແບ່ງງົບປະມານໃຫ້ແກ່ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກ່ຽວກັບການລົງທຶນໃຫ້ແກ່ຂົງເຂດສາທາລະນະສຸກ, ວິທະຍາສາດເຕັກໂນໂລຊີ, ເພື່ອຮັບປະກັນການພັດທະນາແບບຍືນຍົງ. ສະພາແຫ່ງຊາດຫວຽດນາມ ຍັງປະກອບສ່ວນຊຸກຍູ້ການເຂົ້າຮ່ວມ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໂດຍຜ່ານການກວດກາ ແລະ ໃຫ້ສັດຕະຍາບັນເລື່ອງຫວຽດນາມເຂົ້າຮ່ວມບັນດາສົນທິສັນຍາສາກົນ ”

     ຕໍ່ຈາກນັ້ນ, ໂດຍການເປັນປະທານຂອງທ່ານນາງຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຕ່ອງທິຟ້ອງ, ບັນດາຜູ້ແທນໄດ້ດຳເນີນວາລະປະຊຸມທີ 1 ທີ່ມີຫົວຂໍ້ວ່າ : “ສັງລວມກ່ຽວກັບໂຄງການດຳເນີນງານປີ 2030 ເພື່ອການພັດທະນາແບບຍືນຍົງ ແລະ ບົດບາດຂອງລັດຖະສະພາໃນການຊຸກຍູ້ການປະຕິບັດ ບັນດາເປົ້າໝາຍພັດທະນາແບບຍືນຍົງ”.
(ແຫຼ່ງຄັດຈາກ VOV)

top