ຂ່າວສານ

ກອງປະຊຸມ ລັດຖະມົນຕີແມ່ຍິງ ອາຊຽນ ຄັ້ງທີ 4

      ກອງປະຊຸມລັດຖະມົນຕີແມ່ຍິງ ອາຊຽນ ໄດ້ຈັດຂຶ້ນ 3 ປີ ເທື່ອໜຶ່ງ, ເພື່ອໃຫ້ລັດຖະມົນຕີທີ່ຮັບຜິດຊອບ ບັນຫາແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ຂອງ ບັນດາປະເທດໃນພາກພື້ນ ປຶກສາຫາລືກ່ຽວກັບເລື່ອງຊຸກຍູ້ການຮ່ວມມື ໃນການຮັບປະກັນຄວາມສະເໝີພາບ ລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ.
ພາບປະກອບ: Getty Images
      ຕອນເຊົ້າວັນທີ 15 ຕຸລາ, ໄດ້ດຳເນີນກອງປະຊຸມຂອງ ລັດຖະມົນຕີແມ່ຍິງ ອາຊຽນ (AMMW) ຄັ້ງທີ 4, ດ້ວຍຫົວຂໍ້ “ພື້ນຖານເສດຖະກິດ ດີຈີຕອນ ແລະ ກວມລວມດ້ານການເງິນ ເພື່ອ ປັບປຸງຄວາມສາມາດໃນການແກ້ງແຍ້ງຂອງແມ່ຍິງ ອາຊຽນ”. ກອງປະຊຸມໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຂຶ້ນຕາມຮູບການທາງໄກ ຢູ່ ຮ່າໂນ້ຍ.
ກອງປະຊຸມລັດຖະມົນຕີແມ່ຍິງ ອາຊຽນ ໄດ້ຈັດຂຶ້ນ 3 ປີ ເທື່ອໜຶ່ງ, ເພື່ອໃຫ້ລັດຖະມົນຕີທີ່ຮັບຜິດຊອບ ບັນຫາແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງ ຍິງ -       ຊາຍ ຂອງ ບັນດາປະເທດໃນພາກພື້ນ ປຶກສາຫາລືກ່ຽວກັບເລື່ອງຊຸກຍູ້ການຮ່ວມມື ໃນການຮັບປະກັນຄວາມສະເໝີພາບ ລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ. ດ້ວຍຫົວຂໍ້ ດັ່ງກ່າວ, ກອງປະຊຸມຄັ້ງນີ້ ໄດ້ແນໃສ່ແລກປ່ຽນກ່ຽວກັບວິທີການແກ້ໄຂລະດັບຊາດ ແລະ ພາກພື້ນ ໃນການຍົກສູງຄວາມສາມາດໃນການແກ້ງແຍ້ງ ຂອງ ແມ່ຍິງຜ່ານການຫັນເປັນດີຈີຕອນ ແລະ ການເງິນກວມລວມ.
      ດ້ວຍບົດບາດແມ່ນປະທານລັດຖະມົນຕີແມ່ຍິງ ອາຊຽນ ໄລຍະ 2019 – 2021, ຢູ່ກອງປະຊຸມ, ຫວຽດນາມ ໄດ້ແບ່ງປັນກ່ຽວກັບຄວາມມານະພະຍາຍາມ ແລະ ຜົນງານຂອງ ອາຊຽນ ໃນຂົງເຂດຄວາມສະເໝີພາບ ລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກ ຍິງ ໃນອາຍຸການ ໂດຍຫວຽດນາມ ນຳພາ.
(ແຫຼ່ງຄັດຈາກ VOV)


top