ຂ່າວສານ

ກອງປະຊຸມ ລັດຖະມົນຕີບັນດາປະເທດ ອາຊຽນ ກ່ຽວກັບປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ

      ສິ້ນສຸດກອງປະຊຸມ AMMTC – 13, ບັນດາຫົວໜ້າຄະນະຜູ້ແທນ ໄດ້ວາງອອກຖະແຫຼງການຮ່ວມ, ໃນນັ້ນຊົມເຊີຍ ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງ ກອງປະຊຸມ AMMTC  - 14 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນປີ 2020. 

ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນເຂົ້າຮ່ວມພິທີໄຂAMMTC – 13 (ພາບ: TTXVN)
      ກອງປະຊຸມລັດຖະມົນຕີບັນດາປະເທດອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 13 (AMMTC - 13) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 10 ປະເທດ ອາຊຽນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນຫົວໜ້າຄະນະ.
        ທີ່ກອງປະຊຸມຄົບຄະນະ, ບັນດາຜູ້ແທນໄດ້ຕີລາຄາສະພາບການອາດຊະຍາກຳຂ້າມຊາດຂອງແຕ່ລະປະເທດກໍ່ຄືໃນພາກພື້ນ ໃນໄລຍະທີ່ຜ່ານມາ. ແນະນຳໂດຍສັງລວມໝາກຜົນຂອງການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຂອງ ຫວຽດນາມ ພາຍຫຼັງ ກອງປະຊຸມ AMMTC-12 ມາຮອດປັດຈຸບັນ, ທ່ານ ພົນເອກ ໂຕເລິນ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ຫວຽດນາມທີ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນບັນດາຂອບເຂດຮ່ວມມືຂອງ ອາຊຽນເວົ້າລວມ ແລະ ການຮ່ວມມືໃນຂອບເຂດການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເວົ້າສະເພາະ.
 (ແຫຼ່ງຄັດຈາກ VOV)
 


top