ຂ່າວສານ

ກອງປະຊຸມ ລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນກ່ຽວກັບໂລກລະບາດ Covid-19 ຈະຖືກຈັດຂຶ້ນຢູ່ລາວ

      ກອງປະຊຸມ ລັດຖະມົນຕີການຕ່າງປະເທດພິເສດ ລະຫວ່າງອາຊຽນ ແລະ ຈີນກ່ຽວກັບໂລກລະບາດ Covid-19 ຈະຖືກຈັດຂຶ້ນຢູ່ນະຄອນຫຼວງວຽງຈັນແຕ່ວັນທີ 19 ຫາ 21 ກຸມພາ

ລັດຖະມົນຕີການຕ່າງປະເທດຈີນ ແລະ ບັນດາລັດຖະມົນຕີການຕ່າງປະເທດອາຊຽນ 
      ຕາມແຈ້ງການລົງວັນທີ 17 ກຸມພາຂອງກະຊວງການຕ່າງປະເທດຈີນ, ກອງປະຊຸມ ລັດຖະມົນຕີການຕ່າງປະເທດພິເສດ ລະຫວ່າງອາຊຽນ ແລະ ຈີນກ່ຽວກັບໂລກລະບາດ Covid-19 ຈະຖືກຈັດຂຶ້ນຢູ່ນະຄອນຫຼວງວຽງຈັນແຕ່ວັນທີ 19 ຫາ 21 ກຸມພາ. ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ແລະ ທ່ານ ເຕໂດໂຣ ລອກຊິນ ລັດຖະມົນຕີການຕ່າງປະເທດຟີລິບປິນ ຊຶ່ງແມ່ນປະເທດປະສານງານການພົວພັນອາຊຽນ-ຈີນ ຈະເປັນປະທານຮ່ວມກອງປະຊຸມຄັ້ງນີ້.
    ທີ່ກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ຈະແນະນຳກ່ຽວກັບບັນດາມາດຕະການຂອງຈີນ ແນໃສ່ສະກັດກັ້ນໂລກລະບາດ, ພ້ອມທັງແລກປ່ຽນກັບບັນດາຄູ່ຕຳແໜ່ງຂອງບັນດາປະເທດອາຊຽນ ກ່ຽວກັບການຮ່ວມຮັບມືກັບ ໂລກລະບາດ Covid-19 .
 (ແຫຼ່ງຄັດຈາກ VOV)
 


top