ຂ່າວສານ

ກອງປະຊຸມ “ພົບປະວິສາຫະກິດຫວຽດນາມ, ຊາວຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ທາງພາກເໜືອລາວ”

ກອງປະຊຸມໄດ້ເຫັນດີຜັນຂະຫຍາຍບັນດາວຽກງານກະກຽມ, ກ້າວໄປເຖິງການສ້າງຕັ້ງສະມາຄົມວິສາຫະກິດຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ທາງພາກເໜືອຂອງລາວ (BACI ທິດເໜືອລາວ).

(ຄະນະບໍລິຫານຊົ່ວຄາວເຊິ່ງລວມມີຜູ້ຕາງໜ້າວິສາຫະກິດຂອງ 8 ແຂວງ)

ວັນທີ 13 ທັນວາ, ສະຖານກົງສູນຫວຽດນາມ ປະຈຳຫຼວງພະບາງ ໄດ້ຈັດກອງປະຊຸມວິສາຫະກິດຫວຽດນາມ, ຊາວຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ທາງພາກເໜືອຂອງລາວ. ມີວິສາຫະກິດຫວຽດນາມ ກວ່າ 50 ແຫ່ງທີ່ມາຈາກ 8 ແຂວງທາງພາກເໜືອຂອງລາວ ແລະ ຜູ້ຕາງໜ້າບັນດາຫ້ອງການທີ່ມີໜ້າທີ່ກ່ຽວຂ້ອງຂອງສະຖານທູດ, ສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ (BACI) ເຂົ້າຮ່ວມກອງປະຊຸມ.

        ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ຮັບຟັງຄຳເຫັນຂອງບັນດາຜູ້ແທນວິສາຫະກິດກ່ຽວກັບບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດເຊິ່ງວິສາຫະກິດພວມປະເຊີນໜ້າ; ພ້ອມທັງຮັບຮອງເອົາບັນດາຄຳເຫັນ, ຂໍ້ສະເໜີແນະກັບບັນດາອົງການທີ່ມີໜ້າທີ່ເພື່ອຊອກຫາທິດທາງແກ້ໄຂ, ຊ່ວຍວິສາຫະກິດເຄື່ອນໄຫວຢ່າງສະດວກ.

        ກອງປະຊຸມໄດ້ເຫັນດີຜັນຂະຫຍາຍບັນດາວຽກງານກະກຽມ, ກ້າວໄປເຖິງການສ້າງຕັ້ງສະມາຄົມວິສາຫະກິດຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ທາງພາກເໜືອຂອງລາວ (BACI ທິດເໜືອລາວ), ດ້ວຍບາດກ້າວທຳອິດແມ່ນສ້າງຕັ້ງຄະນະບໍລິຫານຊົ່ວຄາວເຊິ່ງລວມມີຜູ້ຕາງໜ້າວິສາຫະກິດຂອງ 8 ແຂວງ.

(ແຫຼ່ງຄັດຈາກ VOV)


top