ຕອນເຊົ້າວັນທີ 26 ກໍລະກົດ 2021, ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາ ແຫ່ງຊາດຊຸດທີ XV, ສະຫາຍ ຫງວຽນຊວນຟຸກ, ກຳມະການກົມ ການເມືອງ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ ອາຍຸການ 2016-2021 ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງ ປະທານ ປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2021-2026. ໃນພາບ: ທ່ານປະທານປະເທດ
ຫງວຽນຊວນຟຸກ ກ່າວ ຄຳສາບານຮັບຕຳແໜ່ງ ຕໍ່ໜ້າສະພາແຫ່ງຊາດ, ພີ່ນ້ອງຮ່ວມຊາດ ແລະ ຜູ້ມີສິດເລືອກຕັ້ງທົ່ວປະເທດ. ພາບ: ຟ້າມກຽນ/VNA
ໃນຕອນບ່າຍ ວັນທີ 26 ກໍລະກົດ 2021, ໃນກອງປະຊຸມຄັ້ງປະຖົມມະ ລຶກ, ສະພາແຫ່ງຊາດຊຸດທີ XV, ສະຫາຍ ຟ້າມມິງຈິ໋ງ, ກໍາມະການກົມ ການເມືອງ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2016-2021 ໄດ້ຮັບເລືອກ ໃຫ້ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ອາ ຍຸການ 2021-2026. ໃນພາບ: ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິ໋ງ ກ່າວຄຳສາບານຮັບຕໍາແໜ່ງ ຕໍ່ໜ້າ ສະພາແຫ່ງຊາດ, ພີ່ນ້ອງ ຮ່ວມ ຊາດ ແລະ ຜູ້ມີສິດເລືອກຕັ້ງທົ່ວປະເທດ. ພາບ: ຟ້າມກຽນ/VNA
ຕອນບ່າຍວັນທີ 26 ກໍລະກົດ 2021, ຢູ່ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV, ສະຫາຍ ຫງວຽນຮວ່າບິ່ງ, ກໍາມະການກົມ ການເມືອງ, ເລຂາທິການສູນກາງພັກ, ຫົວໜ້າສານ ສານປະຊາຊົນສູງ ສຸດ ອາຍຸການ 2016-2021 ໄດ້ຮັບເລືອກ ໃຫ້ດຳລົງຕຳແໜ່ງ ຫົວໜ້າຜູ້ ພິພາກສາ ສານປະຊາຊົນສູງສຸດ ອາຍຸການ 2021-2026. ສະຫາຍ ຫົວໜ້າຜູ້ພິພາກສາ ສານປະຊາຊົນສູງສຸດ
ກ່າວຄຳສາບານຮັບ ຕຳແໜ່ງ. ພາບ: ຟ້າມກຽນ/VNA
ບັນດາການນຳສະພາແຫ່ງຊາດ ສະແດງຄວາມຍິນດີຕໍ່ ສະຫາຍ ຫງວຽນ ທິ ແອ໋ງຊວນ ທີ່ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງ ຮອງປະທານປະເທດ, ສະຫາຍ ຫງວຽນຮ່ວາບິ່ງ ໄດ້ຮັບເລືອກ ໃຫ້ດຳລົງຕຳແໜ່ງ ຫົວໜ້າຜູ້ພິ ພາກສາ ສານປະຊາຊົນສູງສຸດ ແລະ ສະຫາຍ ເລມິງຈີ໋ ໄດ້ຮັບເລືອກ ໃຫ້ດຳລົງຕຳແໜ່ງ ຫົວໜ້າສະຖາບັນ ອົງການໄອຍະການປະຊາຊົນສູງ ສຸດ ອາຍຸການ 2021-2026. ພາບ: ຈີ໋ຢຸງ / VNA
|