ຂ່າວສານ

ກອງປະຊຸມ SOM ອາຊຽນ+3 ແລະ EAS

ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 1 ສິງຫາ, ຢູ່ສິງກະໂປໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງອາຊຽນກັບຈີນ, ສ. ເກົາຫຼີ ແລະ ຍີປຸ່ນ(ອາຊຽນ+3) ແລະ  ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງອາຊຽນກັບຈີນ, ສ. ເກົາຫຼີ ,ຍີປຸ່ນ, ອົດສະຕາລີ, ອີນເດຍ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ

ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ 
ທີ່ກອງປະຊຸມ, ບັນດາປະເທດສືບຕໍ່ຢືນຢັນຄວາມສຳຄັນຂອງກົນໄກຮ່ວມມື ອາຊຽນ+3, ຄືດັ່ງເຄື່ອງມືມຸ່ງໄປສູ່ເປົ້າໝາຍຍາວນານກໍ່ສ້າງປະຊາຄົມຢູ່ອາຊີຕາເວັນອອກ, ພາຍຫຼັງໄລຍະ 20 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ, ພ້ອມທັງແມ່ນສ່ວນປະກອບທີ່ຂາດບໍ່ໄດ້ໃນໂຄງສ້າງຮ່ວມມືອາຊຽນ. ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມໃນການປະກອບສ່ວນຊຸກຍູ້ວິວັດທະນາການ ອາຊຽນ+3 ແລະ EAS ໃຫ້ເຂົ້າສູ່ລວງເລິກ ແລະ ແທດຈິງ, ຫວັງວ່າ ບັນດາຄູ່ຮ່ວມມືສືບຕໍ່ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ, ພ້ອມກັນມານະພະຍາຍາມປັບປຸງໂຄງສ້າງພາກພື້ນເປີດກ້ວາງ, ໂປ່ງໃສ ແລະ ອີງໃສ່ກົດໝາຍ, ເພື່ອສັນຕິພາບ, ສະຖຽນລະພາບ, ແລະ ການພັດທະນາໃນພາກພື້ນ. ຫວຽດນາມຕັ້ງໜ້າສະໜັບສະໜູນ ແລະ ເຂົ້າຮ່ວມຊຸກຍູ້ບັນດາຂົງເຂດຮ່ວມມືທີ່ຮັບບຸລິມະສິດຂອງ ອາຊຽນ+3 ແລະ EAS; ຈະສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດ ປະກອບສ່ວນເຂົ້າໃນຜົນສຳເລັດຂອງບັນດາກອງປະຊຸມລັດຖະມົນຕີ

(ແຫຼ່ງຄັດຈາກ VOV)

 


top