ຂ່າວສານ

ກອງປະຊຸມ SOM ກະກຽມໃຫ້ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ

      ບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ (SOM) ໄດ້ຈັດກອງປະຊຸມໃນຕອນເຊົ້າວັນທີ 05 ກຸມພາ, ຢູ່ສິງກະໂປ ເພື່ອແນໃສ່ກະກຽມໃຫ້ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ (AMM Retreat). ທ່ານຫງວຽນກ໋ວກຢຸງ, ຮອງລັດຖະມົນຕີການການຕ່າງປະເທດ, ຫົວໜ້າ SOM ASEAN ຂອງຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມ SOM ກະກຽມໃຫ້ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ
(ພາບ: ກະຊວງການຕ່າງປະເທດຫວຽດນາມ)
      ທີ່ກອງປະຊຸມ, ບັນດາປະເທດໄດ້ເຫັນດີເປັນເອກະພາບໂຄງການດຳເນີນງານ ແລະ ລາຍການເຄື່ອນໄຫວຂອງ AMM Retreat ເຊິ່ງຈະດຳເນີນໃນລະຫວ່າງວັນທີ 05 – 06 ກຸມພາ ຢູ່ສິງກະໂປ. ຕາມນັ້ນແລ້ວ, ບັນດາລັດຖະມົນຕີການຕ່າງປະເທດຈະແລກປ່ຽນບາງເນື້ອໃນຕົ້ນຕໍ່ຄື: ຜັນຂະຫຍາຍໝາກຜົນກອງປະຊຸມຂັ້ນສູງອາຊຽນຄັ້ງທີ 31 (ຟີລິບປິນ ເດືອນ ພະຈິກ 2017), ວິວັດທະນາການກໍ່ສ້າງປະຊາຄົມອາຊຽນ… ນອກນັ້ນ, ຫົວໜ້າ SOM ບັນດາປະເທດກໍ່ໄດ້ແລກປ່ຽນບາງເນື້ອໃນໃນຂອບເຂດຮັບຜິດຊອບລວມມີ ສຳຫຼວດກວດກາ ການຜັນຂະຫຍາຍແຜນການສັງລວມກ່ຽວກັບການກໍ່ສ້າງປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ, ປຶກສາຫາລືເນື້ອໃນບັນດາຫົວຂໍ້ຮ່ວມມືອາຊຽນ 2018…
 (ແຫຼ່ງຄັດຈາກ VOV)
 

top