ຂ່າວສານ

ກອງປະຊຸມ COP17 ໄດ້ບັນລຸຂໍ້ຕົກລົງເພື່ອຍູ້ໄວການກະທຳອະນຸລັກຮັກສາຊີວະນາໆພັນ

ກວ່າ 100 ປະເທດບັນລຸໄດ້ຂໍ້ຕົກລົງສຳຄັນ ເພື່ອຍູ້ໄວການກະທຳອະນຸລັກຮັກສາຊີວະນາໆພັນ, ປິດກອງປະຊຸມຄັ້ງທີ 17 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບຊີວະພາບນາໆພັນ
  ບັນ​ດາຜ​ູ້​ແທນ​ເຂົ້າ​ຮ່ວມກອງປະຊຸມ (ພາບ: ຊິນຮົວ/VNA)  

ວັນທີ 31 ຕຸລາ, ກວ່າ 100 ປະເທດບັນລຸໄດ້ຂໍ້ຕົກລົງສຳຄັນ ເພື່ອຍູ້​ໄວ​ການ​ກະ​ທຳ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ, ​ປິດກອງປະຊຸມຄັ້ງທີ 17 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຂອງ ສະຫະປະຊາຊາດ ​ກ່ຽວ​ກັບ​ຊີ​ວະ​ພາບ​ນາໆ​ພັນ (COP17) ​ຢູ່ Yerevan, ນະຄອນຫຼວງຂອງ ອາເມເນຍ.

ທ່ານ Hambardzum Matevosyan, ປະທານ COP17, ລັດຖະມົນຕີ​ກະ​ຊວງສິ່ງແວດລ້ອມຂອງ ອາເມເນຍ, ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ຂໍ້​ຕົກ​ລົງ​ສຳ​ຄັນ​ກ່ຽວ​ກັບ​ການ​ຕີ​ລາ​ຄາຄວາມຄືບໜ້າ​ດ້ານ​ຊີ​ວະ​ພາບ​ນາໆ​ພັນ​ທົ່ວ​ໂລກຄັ້ງທຳອິດ ແລະ ລະດົມ​ແຫຼ່ງ​ກຳ​ລັງ. ໝາກຜົນນີ້​ໄດ້​ສ້າງ​ກຳ​ລັງ​ໜູນ​ໃໝ່ໃຫ້ແກ່ຂອບຊີ​ວະ​ພາບ​ນາໆ​ພັນ ​ຄຸນ​ໜິງ - Montreal, ທີ່ໄດ້ຮັບຮອງເອົາໃນປີ 2022 ດ້ວຍ 23 ເປົ້າໝາຍເພື່ອສະ​ກັດ​ກັ້ນ ແລະ ​ຕ່າວປີ້ນ​ສະ​ພາບ​ຊຸດ​ໂຊມ​ຊີ​ວະ​ນາໆ​ພັນໃນປີ 2030.

ກອງປະຊຸມກໍ​ໄດ້​ປ່ອນ​ບັດ​ຕົກ​ລົງຈັດກອງປະຊຸມ COP18 ຢູ່ Quito, ນະຄອນຫຼວງຂອງ Ecuador, ໃນປີ 2028.


top