ຂ່າວສານ

ກອງປະຊຸມ CLMV SEOM ຄັ້ງທີ 19 ປຶກສາຫາລືຫຼາຍເນື້ອໃນທີ່ສຳຄັນ

      ຕອນເຊົ້າວັນທີ 22 ກໍລະກົດ, ກອງປະຊຸມເຈົ້າໜ້າອາວຸໄສດ້ານເສດຖະກິດ ກຳປູເຈຍ - ລາວ  - ມຽນມາ - ຫວຽດນາມ (CLMV SEOM) ຄັ້ງທີ 19 ໄດ້ຈັດຂຶ້ນທາງອອນລາຍ. ນີ້ແມ່ນກອງປະຊຸມ SEOM ສຳຄັນຂອງກົນໄກຮ່ວມມືເສດຖະກິດ CLMV. ກອງປະຊຸມໂດຍຫົວໜ້າ SEOM CLMV ຂອງລາວບໍລິຫານຕາມກົນໄກໝູນວຽນ.

ກອງປະຊຸມເຈົ້າໜ້າອາວຸໄສດ້ານເສດຖະກິດ ກຳປູເຈຍ - ລາວ  - ມຽນມາ - ຫວຽດນາມ (CLMV SEOM) ຄັ້ງທີ 19
(ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) 
      ກອງປະຊຸມໄດ້ສຸມໃສ່, ກວດກາຄືນໃໝ່ສະພາບການຜັນຂະຫຍາຍບັນດາການເຄື່ອນໄຫວໃນແຜນການກະທຳ CLMV 2019 – 2020, ປຶກາສາຫາລືແຜນການສ້າງແຜນການກະທຳ CLMV  2021 – 2022, ປຶກສາຫາລື ບັນດາຂັ້ນຕອນຕໍ່ໄປຕາມເອກະສານກອບພັດທະນາ CLMV ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມຂັ້ນສູງ CLMV ໂດຍໄວ, ອັດເດດສະພາບການຜັນຂະຫຍາຍ ຂໍ້ລິເລີ່ມເຊື່ອມໂຍງເຂົ້າກັບອາຊຽນ IAI, ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ CLMV ຄັ້ງທີ 12.
        ບັນດາປະເທດໄດ້ເຫັນດີເປັນເອກະພາບສືບຕໍ່ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວການຄ້າ, ການລົງທຶນ, ການບໍລິການ, ພິເສດແມ່ນການເຄື່ອນໄຫວການຄ້າຜ່ານແດນລະຫວ່າງບັນດາປະເທດ CLMV, ຈຳກັດ ແລະ ຍົກເລີກບັນດາຮົ້ວກີດຂວາງດ້ານການຄ້າທີ່ບໍ່ຈຳເປັນເພື່ອໜູນຊ່ວຍບັນດາວິສາຫະກິດ, ພິເສດແມ່ນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ຮັບປະກັນການເຄື່ອນໄຫວຂອງ ບັນດາລະບົບສະໜອງ.
(ແຫຼ່ງຄັດຈາກ VOV)


top