ຂ່າວສານ

ກອງປະຊຸມ ASEM ກ່ຽວກັບການພ້ອມກັນກະທຳ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ວັນທີ 18 ມິຖຸນາ, ຢູ່ນະຄອນເກີນເທີ, ກະຊວງການຕ່າງປະເທດຫວຽດນາມໄດ້ສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນເກີນ ຈັດການປະຊຸມຂ່າວສະໜອງຂໍ້ມູນຂ່າວສານ ກອງປະຊຸມ ASEM ກ່ຽວກັບການພ້ອມກັນກະທຳ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງ

ການປະຊຸມຂ່າວ

ເນື້ອໃນຂອງວາລະປະຊຸມຕ່າງໆທີ່ກອງປະຊຸມຄົບຄະນະ ແລະ ສຸມໃສ່ແລກປ່ຽນ ແລະ ປຶກສາຫາລືເນື້ອໃນຕ່າງໆເຊັ່ນ: ການພັດທະນາໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ການຜູກມັດລະຫວ່າງການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກັບ ບັນດາເປົ້າໝາຍພັດທະນາແບບຍືນຍົງ; ການສ້າງຄວາມສາມາດປັບຕົວໃຫ້ແທດເໝາະກັບການ ປ່ຽນແປງຂອງດິນຟ້າອາກາດ, ພຶດຕິກຳຕົວຈິງ ແລະ ບັນດາບົດຮຽນຢູ່ອາຊີ ແລະ ເອີລົບ, ການກະທຳຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດ…

     ກອງປະຊຸມຈະດຳເນີນຢູ່ນະຄອນເກີນເທີແຕ່ວັນທີ 18 ຫາວັນທີ 20 ມິຖຸນາ ຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)

top