ຂ່າວສານ

ກອງປະຊຸມ APSC ຄັ້ງທີ 17 ແລະ ກອງປະຊຸມ ACC ຄັ້ງທີ 21

      ໂດຍສືບຕໍ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM), ຕອນບ່າຍວັນທີ 27 ເມສາ, ຢູ່ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພ້ອມກັບຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ (APSC) ຄັ້ງທີ 17 ແລະ ກອງປະຊຸມສະພາປະສານງານອາຊຽນ (ACC) ຄັ້ງທີ 21.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: baoquocte)
      ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີວຽກງານຕິດຕາມກວດກາການຜັນຂະຫຍາຍ ເພື່ອຮັບປະກັນບັນດາການເຄື່ອນໄຫວຮ່ວມມືບັນລຸປະສິດທິຜົນ ແລະ ແທດຈິງ. ເພື່ອສ້າງປະຊາຄົມສັນຕິພາບ, ສະຖຽນລະພາບ, ອີງໃສ່ກົດໝາຍ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການປັບປຸງຄວາມສາມັກຄີ, ຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ບົດບາດໃຈກາງຂອງອາຊຽນ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບັນດາຫຼັກການພື້ນຖານຂອງອາຊຽນ…
      ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕີລາຄາສູງຂໍ້ລິເລີ່ມຂອງສິງກະໂປ, ສ້າງເຄືອຂ່າຍບັນດານະຄອນອາຊຽນ ສະຫຼາດ, ມຸ່ງໄປເຖິງປະຊາຄົມອາຊຽນ ມີຫົວຄິດປະດິດສ້າງ, ຖືປະຊາຊົນເປັນໃຈກາງ.
 (ແຫຼ່ງຄັດຈາກ VOV)


top