ຂ່າວສານ

ກອງປະຊຸມ APEC ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ: ຫວຽດນາມ ສະເໜີ 4 ທິດທາງຮ່ວມມືຍຸດທະສາດ

ວັນ​ທີ 25 ສິງ​ຫາ​, ຢູ່ ຫາງໂຈ (ປະ​ເທດ ຈີນ​), ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ຄັ້ງ​ທີ 11 ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ ຂະ​ແໜງ​ກະ​ສິ​ກຳ ມາ​ຈາກ 21 ພື້ນ​ຖານ​ເສດ​ຖະ​ກິດສະ​ມາ​ຊິກ​.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VNA)

​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​, ທ່ານ ຈິ້ງ​ຫວຽດ​ຮຸ່ງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ສະ​ເໜີ 4 ທິດ​ທາງ​ການ​ຮ່ວມມື​, ລວມ​ມີ​: ສ້າງ​ບັນ​ດາ​ລະ​ບົບ​ມູນ​ຄ່າ​ກະ​ສິ​ກຳ - ສະ​ບຽງ​ອາ​ຫານ ​ມີ​ຄວາມ​ສາ​ມາດ​ທົນ​ທານ ແລະ ເຊື່ອມ​ຕໍ່​ແໜ້ນ​ແຟ້ນ​ກ່ວາ​; ຊຸກ​ຍູ້​ການ​ປ່ຽນ​ໃໝ່ ແລະ ການຫັນ​ເປັນ​ດີ​ຈີ​ຕອນຢ່າງ​ແຮງ​, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເຕັກ​ໂນ​ໂລ​ຊີທີ່​ກ້າວ​ໜ້າ​ຄື ປັນ​ຍາ​ປະ​ດິດ (AI), ຂໍ້​ມູນ​ຂະ​ໜາດ​ໃຫຍ່ (Big Data)​, ເຕັກ​ໂນ​ໂລ​ຊີ​ຊີ​ວະ​ສາດ ແລະ ກະ​ສິ​ກຳ​ຊັດ​ເຈນ (precision agriculture) ​ໄດ້​ຫຍັບເຂົ້າໃກ້ກັບຊາວ​ກະ​ສິ​ກອນຫຼາຍກວ່າ​; ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ລົງ​ທຶນ ແລະ ການ​ເງິນ​ປ່ຽນແປງ​ໃໝ່ ເພື່ອ​ທະ​ວີ​ຄູນ​ບັນ​ດາ​ຮູບ​ແບບ​ການ​ທົດ​ລອງ​ກາຍ​ເປັນ​ມາດ​ຕະ​ການທີ່ມີ​ຂອບ​ຂະ​ໜາດ​ໃຫຍ່​; ແລະ ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ພູມ​ປັນ​ຍາ​; ສ້າງ​ກຳ​ລັງ​ຄວາມ​ສາ​ມາດ ແລະ ຮ່ວມ​ມື​ແໜ້ນ​ແຟ້ນ​ລະ​ຫວ່າງ​ບັນ​ດາ​ເວ​ທີ​ປາ​ໄສ APEC.

ທ່ານ​ລັດ​ຖະ​ມົນ​ຕີ ຈິ້ງ​ຫວຽດ​ຮຸ່ງ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ ມຸ່ງ​ໄປ​ເຖິງ 3 ການ​ຫັນ​ປ່ຽນທີ່​ມີ​ລັກ​ສະ​ນະ​ກ້າວ​ກະ​ໂດດ​ຄື​: ຫັນ​ຈາກ​ກະ​ສິ​ກຳ​ດີ​ຈີ​ຕອນ ໄປ​ເປັນ​ລະ​ບົບ​ກະ​ສິ​ກຳ - ສະ​ບຽງ​ອາ​ຫານດີ​ຈີ​ຕອນ​; ຈາກ​ບັນ​ດາ​ການ​ທົດ​ລອງ​ເຕັກ​ໂນ​ໂລ​ຊີ​ແບບ​ຍ່ອຍ​ໄປ​ເປັນ​ມາດ​ຕະການທີ່​ອາດ​ຈະ​ທະ​ວີ​ຄູນ​ໄດ້​; ແລະ ຈາກ​ນະ​ວັດ​ຕະ​ກຳ​ແບບ​ຍ່ອຍ ໄປ​ເປັນການ​ສ້າງ​ເຄືອຂ່າຍ​ຄູ່​ຮ່ວມ​ມື​ນະ​ວັດ​ຕະ​ກຳ APEC.


top