ຂ່າວສານ

ກອງປະຊຸມ AMRM 2022: ອິນໂດເນເຊຍ ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ຮັກສາສະຖຽນລະພາບ ແລະ ສັນຕິພາບຢູ່ທະເລຕາເວັນອອກ

ຖະແຫຼງການຂອງທ່ານນາງ Retno Marsudi ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ການປະຕິບັດການເຈລະຈາກ່ຽວກັບກົດແຫ່ງການປະພຶດໃຫ້ສຳເລັດແມ່ນສິ່ງສຳຄັນທີ່ສຸດ.

ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi

(ພາບ: AFP/TTXVN)

 ວັນທີ 17 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມວົງແຄບບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ (AMMR) ໂດຍ ກຳປູເຈຍເປັນເຈົ້າພາບຈັດຂຶ້ນ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ຮັກສາສະຖຽນລະພາບ ແລະ ສັນຕິພາບຢູ່ທະເລຕາເວັນອອກ.  

ຖະແຫຼງການຂອງທ່ານນາງ Retno Marsudi ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ການປະຕິບັດການເຈລະຈາກ່ຽວກັບກົດແຫ່ງການປະພຶດໃຫ້ສຳເລັດແມ່ນສິ່ງສຳຄັນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ໝາກຜົນຂອງການເຈລະຈາຕ້ອງແທດຈິງ, ມີປະສິດທິຜົນ ແລະ ຕ້ອງສອດຄ່ອງກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ນອກຈາກເນື້ອໃນດັ່ງກ່າວ, ທ່ານນາງ ລັດຖະມົນຕີການຕ່າງປະເທດ Retno Marsudi ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການປັບປຸງໂຄງປະກອບດ້ານການແພດຢູ່ພາກພື້ນທີ່ແຕກຕ່າງກັນ ໂດຍໄດ້ສ້າງຕັ້ງຂຶ້ນໃນ 2 ປີຜ່ານມາ ເພື່ອກຽມພ້ອມຮັບມືກັບໂລກລະບາດໃນອະນາຄົດ.



top