ຂ່າວສານ

ກອງປະຊຸມ ADMM+ ປຶກສາຫາລື 7 ຫົວຂໍ້ການຮ່ວມມືທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ

ຕອນບ່າຍວັນທີ 18 ພະຈິກ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ໄທ ປຣາວິດ ວົງສຸວັນ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ດຳເນີນຢູ່ນະຄອນຫລວງ ບາງກອກ, ແຫ່ງລາຊະອານາຈັກ ໄທ.

ກອງປະຊຸມ ADMM+ ປຶກສາຫາລື 7 ຫົວຂໍ້ການຮ່ວມມືທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ (ພາບ:TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າຄະນະເລຂາ ອາຊຽນ, ທ່ານເລຂາທິການໃຫຍ່ Lim Jock Hoi ໄດ້ຢືນຢັນວ່າ ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ເຊິ່ງພາກພື້ນປະເຊີນໜ້ານັບມື້ນັບສະແດງໃຫ້ເຫັນບັນດາລັກສະນະຂ້າມຊາດ, ສະເໜີ ADMM+ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນວິວັດແກ້ໄຂບັນດາບັນຫາສະຫລັບໃສ່ກັນລະຫວ່າງບັນດາເສົາຄ້ຳຮ່ວມມື, ເປັນຕົ້ນແມ່ນຄວາມໝັ້ນຄົງທາງດ້ານການເດີນເຮືອ, ຄວາມປອດໄພທາງອິນເຕີແນັດ, ຕ້ານການກໍ່ການຮ້າຍ, ການຮັກສາສັນຕິພາບ ແລະ ໜູນຊ່ວຍມະນຸດສະທຳ.
 (ແຫຼ່ງຄັດຈາກ VOV)

top