ຂ່າວສານ

ກອງທຶນປະຊາກອນ ສປຊ ປະກາດໂຄງການແຫ່ງຊາດໃໝ່ ໃຫ້ແກ່ ຫວຽດນາມ

      ກອງທຶນປະຊາກອນ ສປຊ (UNFPA) ຫາກໍຮັບຮອງເອົາໂຄງການແຫ່ງຊາດໃໝ່ໃຫ້ແກ່ ຫວຽດນາມ, ໄລຍະ 2022 – 2026, ດ້ວຍເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ ໃນຄວາມມານະພະຍາຍາມບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງໃນປີ 2030”. 
ການໂຄສະນາອົບຮົມກ່ຽວກັບສຸຂະພາບຈະເລີນພັນ (ພາບປະກອບ: TTXVN)
      ລະອຽດ, ຄະນະບໍລິຫານ UNFPA ໄດ້ຮັບຮອງເອົາເອກະສານໂຄງການແຫ່ງຊາດຄັ້ງທີ 10 ທີ່ສະຫງວນໃຫ້ແກ່ ຫວຽດນາມ ດ້ວຍງົບປະມານທັງໝົດ 26,5 ລ້ານ USD ແນໃສ່ໜູນຊ່ວຍ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃນປີ 2030. ໂຄງການດັ່ງກ່າວໄດ້ໃຫ້ບຸລິມະສິດແກ່ການໜູນຊ່ວຍກຸ່ມປະຊາກອນທີ່ມີຄວາມສ່ຽງຖືກປະໄວ້ຢູ່ເບື້ອງຫຼັງ, ໃນນັ້ນມີແມ່ຍິງ ແລະ ເດັກຍິງ, ເຍົາວະຊົນ ແລະ ຊາວໜຸ່ມ, ຜູ້ມີອາຍຸສູງ, ຄົນຊົນເຜົ່າສ່ວນໜ້ອຍ, ແຮງງານເຄື່ອນຍ້າຍ, ຜູ້ເສຍອົງຄະ ແລະ ຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງເພດ.
        ໂດຍເນັ້ນໜັກເຖິງຄວາມໝາຍສຳຄັນຂອງໂຄງການນີ້, ທ່ານ Naomi Kitahara ຫົວໜ້າຜູ້ຕາງໜ້າກອງທຶນ UNFPA ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ບັນດາຂໍ້ລິເລີ່ມຂອງ UNFPA ໃນໄລຍະ 5 ປີຈະມາເຖິງ ແມ່ນເພື່ອແນໃສ່ບັນລຸໄດ້ຜົນການຫັນປ່ຽນໃນແຜນການຍຸດທະສາດຂອງ UNFPA ທົ່ວໂລກ, ເພື່ອມຸ່ງໄປເຖິງ ປະເທດ ຫວຽດນາມ ທີ່ບໍ່ມີກໍລະນີການຕາຍຂອງແມ່. ພ້ອມດຽວກັນນັ້ນ, ແມ່ນຢຸດຕິການທີ່ບໍ່ທັນນຳໃຊ້ຄວາມຕ້ອງການຢ່າງຄົບຖ້ວນກ່ຽວກັບການວາງແຜນຄອບຄົວ, ລົບລ້າງການໃຊ້ຄວາມຮຸນແຮງທາງເພດ ແລະ ການກະທຳທີ່ກໍ່ຜົນຮ້າຍອື່ນຕໍ່ແມ່ຍິງ ແລະ ເດັກຍິງ.
(ແຫຼ່ງຄັດຈາກ VOV)


top