ຂ່າວສານ

ກອງທັບເຮືອຫວຽດນາມ ປະຕິບັດໜ້າທີ່ພົວພັນ ດ້ານປ້ອງກັນຊາດກັບຕ່າງປະເທດ ຢູ່ສິງກະໂປ ແລະ ຟີລິບປິນ

ວັນທີ 1 ພຶດສະພານີ້, ກຳປັ່ນໝາຍເລກ 015-ເຈີນຮຶງດ້າວ (ກອງພັນນ້ອຍ 162), ພ້ອມກັບຄະນະປະຕິບັດງານໂດຍທ່ານພັນເອກ ຫງວຽນວັນເງິນ, ຮອງເສນາທິການກອງທັບເຮືອເຂດ 4 ໄດ້ເຂົ້າທຽບທ່າກຳປັ່ນ Changi ປະເທດ ສິງກະໂປ ແລະ ດຳເນີນການເຄື່ອນໄຫວໃນຂອບເຂດການພົວພັນ ດ້ານປ້ອງກັນຊາດກັບຕ່າງປະເທດ.
ກຳປັ່ນໝາຍເລກ 015-ເຈີນຮຶງດ້າວ ຂອງກອງທັບເຮືອຫວຽດນາມເຂົ້າທຽບທ່າກຳປັ່ນ Changi ປະເທດ ສິງກະໂປ

ຢູ່ ສິງກະໂປ ໃນລະຫວ່າງວັນທີ 1 – 5 ພຶດສະພາ, ຄະນະຜູ້ແທນກອງທັບເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດການຊ້ອມຮົບ ອາຊຽນ - ອິນເດຍ; ກອງປະຊຸມສຳມະນາກ່ຽວກັບ ການຊ່ວຍເຫຼືອມະນຸດສະທໍາ ແລະ ຫຼຸດຜ່ອນໄພພິບັດທຳມະຊາດ; ແລກປ່ຽນວິຊາຊີບ; ເຂົ້າຮ່ວມງານວາງສະແດງການປ້ອງກັນຊາດ ແລະ ການເດີນທະເລສາກົນ (IMDEX 2023). ນອກນີ້, ຄະນະຜູ້ແທນຍັງໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມອາຊຽນ - ອິນເດຍ ຢູ່ທະເລ, ກ່ອນຈະດຳເນີນພິທີທັກທາຍສະບາຍດີກັນຢູ່ທະເລ. ກຳປັ່ນ 015 ພ້ອມດ້ວຍຄະນະຈະສືບຕໍ່ເດີນທາງໄປປະຕິບັດໜ້າທີ່ພົວພັນ ດ້ານປ້ອງກັນຊາດກັບຕ່າງປະເທດຢູ່ຟີລິບປິນ.

 


top