ຂ່າວສານ

ກອງທັບເຮືອ ຫວຽດນາມ ຊ້ອມຮົບຮ່ວມກັບກອງທັບເຮືອລາຊະອານາຈັກ ອັງກິດ

2 ຝ່າຍໄດ້ຝຶກຊ້ອມຮ່ວມການແລກປ່ຽນຂໍ້ມູນຂ່າວ; ຂໍ້ມູນສັນຍານສາກົນ ແລະ ປະຕີບັດປະມວນກົດແຫ່ງການປະພຶດໃຫ້ແກ່ການພົບປະໂດຍບັງເອີນບົນທະເລຂອງກອງທັບເຮືອບັນດາປະເທດທິດຕາເວັນຕົກ ປາຊີຟິກ
ກ່ຳປັ່ນລາດຕາເວນຢູ່ໄກຝັ່ງລາຊະອານາຈັກ ອັງກິດ (ພາບ: dangcongsan.vn)

ວັນທີ 11 ກຸມພາ, ຢູ່ເຂດທະເລ ບ່າເຣ້ຍ - ວູງເຕົ່າ, ກ່ຳປັ່ນໝາຍເລກ 378 ຂຶ້ນກັບກອງພົນ 167 (ກອງທັບເຮືອເຂດ 2) ເຂົ້າຮ່ວມການຊ້ອມຮົບຮ່ວມກັບກ່ຳປັ່ນລາດຕາເວນຢູ່ໄກຝັ່ງລາຊະອານາຈັກ ອັງກິດ ມີຊື່ວ່າ HMS Spey.

ໃນວິວັດການຝຶກຊ້ອມ, 2 ຝ່າຍໄດ້ຝຶກຊ້ອມຮ່ວມການແລກປ່ຽນຂໍ້ມູນຂ່າວ; ຂໍ້ມູນສັນຍານສາກົນ ແລະ ປະຕີບັດປະມວນກົດແຫ່ງການປະພຶດໃຫ້ແກ່ການພົບປະໂດຍບັງເອີນບົນທະເລຂອງກອງທັບເຮືອບັນດາປະເທດທິດຕາເວັນຕົກ ປາຊີຟິກ (CUES).

ການເຄື່ອນໄຫວຊ້ອມຮົບຮ່ວມເພື່ອປະກອບສ່ວນເພີ່ມທະວີການຮ່ວມມື, ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງກອງທັບຂອງ 2 ປະເທດ ແລະ ກອງທັບເຮືອຂອງ 2 ປະເທດເວົ້າສະເພາະ.

ກ່ອນໜ້ານັ້ນ, ແຕ່ວັນທີ 07 – 11 ກຸມພາ, ກ່ຳປັ່ນ HMS Spey ໄດ້ເຂົ້າທຽບທ່າ ທ່າກ່ຳປັ່ນ ຍາຣົ່ງ - ແຄງໂຮ້ຍ, ນະຄອນ ໂຮ່ຈີມິນ.ກ່ຳປັ່ນ HMS Spey ແມ່ນກ່ຳປັ່ນກອງທັບເຮືອຂອງລາຊະອານາຈັກ ລຳທີ 4 ຂອງ ອັງກິດ ໄດ້ຈັດສົ່ງມາ ຫວຽດນາມ ໃນຮອບເວລາ 5 ປີຜ່ານມາ.


top