ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ
ການຫັນປ່ຽນຢ່າງຕັ້ງໜ້ນໃນສະຕິຄວາມຮັບຮູ້
ຢູ່ປ້ອມປ້ອງກັນຊາຍແດນ ຊາຮວິ່ງ, ແຂວງ ກວາງຫງ້າຍ, ຮູບແບບ “ສຽງລຳໂພງໂຄສະນາເຜີຍແຜ່ການຕ້ານການຂຸດຄົ້ນ IUU” ໄດ້ສ້າງໃຫ້ມີການຫັນປ່ຽນທີ່ຕັ້ງໜ້າໃນການປະຕິບັດຕາມຂໍ້ກຳນົດການຂຸດຄົ້ນສິນທະເລຂອງຊາວປະມົງ.
ປ້າ ຫວໍທິຮົ່ງຫາຍ, ຕາແສງ ດຶກໂຝ, ແຂວາງ ກວາງຫງ້າຍ ໄດ້ຈົດຈຳແຕ່ລະຄຳສັບໃນບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການຕ້ານການຂຸດຄົ້ນ IUU ທີ່ໄດ້ກະຈາຍອອກຈາກລຳໂພງຂອງປ້ອມປ້ອງກັນຊາຍແດນ. ແຕ່ລະເທື່ອທີ່ເຮັດວຽກຢູ່ທ່າກຳປັ່ນແລ້ວກັບເມືອບ້ານ, ປ້າກໍ່ບອກໃຫ້ຜົວຮູ້ຕື່ມ. ດັ່ງນັ້ນ, ເຮືອຫາປາຂອງຄອບຄົວປ້າ ຫາຍ ຍາມໃດກໍ່ເປັນແບບຢ່າງ, ປະຕິບັດບັນດາຂໍ້ກຳນົດຂຸດຄົ້ນສິນທະເລຢູ່ທະເລຢ່າງເຂັ້ມງວດ:
ເຮົາໄດ້ຟັງຕະຫຼອດ ແລ້ວກໍ່ບອກໃຫ້ຜົວຮູ້, ບໍ່ໃຫ້ຫາປາແບບຜິດກົດໝາຍຢູ່ເຂດທະເລຂອງຕ່າງປະເທດ. ໄປມາກໍ່ຕ້ອງມີໜັງສືອະນຸຍາດ, ຮັບປະກັນການຕິດຕໍ່ພົວພັນ, ຕິດຕາມກວດກາໃນວິວັດການໄປມາ.
ພ້ອມກັບຮູບແບບລຳໂພງໂຄສະນາຄືຢູ່ປ້ອມປ້ອງກັນຊາຍແດນ ຊາຮວິ່ງ, ແຂວງ ກວາງຫງ້າຍ, ກຳລັງປ້ອງກັນຊາຍແດນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດຍັງໄດ້ຈັດບັນດາຖ້ຽວການລາດຕະເວນ ສົມທົບກັບການແຈກຢາຍໃບປິວ, ອະທິບາຍໂດຍກົງໃຫ້ຊາວປະມົງເຂົ້າໃຈກ່ຽວກັບເລື່ອງບໍ່ບັນທຶກວິວັດການໄປມາ ຫຼືຂ້າມໄປກາຍເຂດຊາຍແດນທະເລ ບໍ່ພຽງແຕ່ໄດ້ກໍ່ຜົນເສຍຫາຍໃຫ້ແກ່ຕົນເອງເທົ່ານັ້ນ, ຫາກຍັງກໍ່ຜົນສະທ້ອນຕໍ່ທົ່ວຂະແໜງສິນໃນນ້ຳ ແລະ ອິດທິພົນຊື່ສຽງຂອງປະເທດຊາດອີກດ້ວຍ. ຖ້າຫາກວ່າ ກ່ອນນີ້, ຊາວປະມົງສວນໜຶ່ງຍັງຖືວ່າ: ການບັນທຶກວິວັດການໄປມາ ຫຼືເປີດເຄື່ອງອຸປະກອນຕິດຕາມກວດກາວິວັດການໄປມາ ແມ່ນລະບຽບການທີ່ສັບສົນ, ແຕ່ປະຈຸບັນ, ເຂົາເຈົ້າໄດ້ເຂົ້າໃຈແຈ້ງຄວາມໝາຍ ແລະ ຄວາມຮັບຜິດຊອບຂອງຕົນ:
ປະຈຸບັນ ຊາວປະມົງໄປຫາປາຢູ່ນອກຝັ່ງຕ້ອງມີໜັງສືກວດເຕັກນິກ, ໜັງສືອະນຸຍາດການຂຸດຄົ້ນ, ຕິດຕາມກວດກາວິວັດການໄປມາ, ພິກັດກຳປັ່ນຫາປາ, ຂໍ້ມູນຂ່າວເສັ້ນທາງໄປມາ… ຕ້ອງຮັບປະກັນໃຫ້ລຸລ່ວງ. ປະຈຸບັນ ຊາວປະມົງໄປຫາປາຕ້ອງມີຄວາມຮັບຜິດຊອບ, ຕ້ອງຕິດຕັ້ງປະກອບບັນດາເຄື່ອງອຸປະກອນຢ່າງຄົບຖ້ວນ ກໍ່ຄືມີລະດັບຄວາມຮູ້, ບໍ່ຄືເມື່ອກ່ອນ.
ຊາວປະມົງພວກຂ້າພະເຈົ້າເຮັດອາຊີບຫາປາຢູ່ທະເລ ຕ້ອງປະຕິບັດຕາມບັນດາຂໍ້ກຳນົດຂອງລັດ. ເມື່ອຫາສິນທະເລຕ້ອງປະຕິບັດຕາມຄຳກ່າວເຕືອນ, ພຽງແຕ່ຫາປາໃນເຂດທະເລທີ່ໄດ້ກຳນົດ, ບໍ່ໄປກາຍເຂດຊາຍແດນທາງທະເລ. ລັດໄດ້ສ້າງເງື່ອນໄຂເອື້ອອຳນວຍ, ຊາວປະມົງພວກຂ້າພະເຈົ້າກໍ່ພະຍາຍາມອອກໄປນອກຝັ່ງ, ຕີດພັນກັບທະເລ, ປະກອບສ່ວນຮັກສາອະທິປະໄຕເຂດທະເລໝູ່ເກາະຂອງ ຫວຽດນາມ.
ນັບແຕ່ຕົ້ນປີມາຮອດປະຈຸບັນ, ບັນດາປ້ອມປ້ອງກັນຊາຍແດນທາງທະເລ ໄດ້ພ້ອມກັນເປີດບັ້ນຈຸດສຸມກວດກາ, ຮັດແໜ້ນການຄຸ້ມຄອງກຳປັ່ນຫາປາ, ຜັນຂະຫຍາຍຫຼາຍມາດຕະການຕ້ານການຂຸດຄົ້ນຕາມຂໍ້ກຳນົດ IUU. ທ່ານພັນຕີ ຫວຽນກັວກຫຽບ ກຳມະການການເມືອງປ້ອມປ້ອງກັນຊາຍແດນ ເຍີນຫຼີ, ກອງບັນຊາການທະຫານປ້ອງກັນຊາຍແດນ ຢາລາຍ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ຂົນຂວາຍ ປຊຊ, ພິເສດແມ່ນເຈົ້າຂອງພາຫະນະ, ກັບຕັນ ຕ້ອງເຊັນຄຳໝັ້ນສັນຍາ. ສຳລັບພາຫະນະທີ່ບໍ່ຮັບປະກັນ, ພວກຂ້າພະເຈົ້າຈະບໍ່ເຮັດລະບຽບການໃຫ້ອອກຈາກທ່າກຳປັ່ນຢ່າງເດັດຂາດ. ດັ່ງນັ້ນ, ໃນໄລຍະຜ່ານມາ, ເຂດຊານແດນທາງທະເລຢູ່ບໍລະເວນພວກຂ້າພະເຈົ້າຄຸ້ມຄອງແມ່ນບໍ່ມີກໍລະນີໃດລະເມີດການຕ້ານການຂຸດຄົ້ນ IUU.
ໄປຄຽງຄູ່ກັບການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບນັ້ນ, ຊາວປະມົງເອງກໍ່ໄດ້ເສີມຂະຫຍາຍຈິດໃຈມີສະຕິຕື່ນຕົວພ້ອມກັນຕິດຕາມກວດກາການປະຕິບັດຂໍ້ກຳນົດ. ອ້າຍ ຮວິ່ງມິນກ່ຽມ, ຊາວປະມົງຕາແສງ ເດຢີ, ຢາລາຍ ພ້ອມກັບຊາວປະມົງຄົນອື່ນໃນຕາແສງ ໄດ້ເຂົ້າຮ່ວມບັນດາໜ່ວຍເຮືອສາມັກຄີບົນທະເລ, ບອກເຕືອນກັນຮັກສາອາຊີບຫາປາໃຫ້ພັດທະນາແບບຍືນຍົງ:
ບໍ່ຫາປາໄປກາຍເຂດຊາຍແດນ, ຕ້ອງປະຕິບັດຂໍ້ກຳນົດຢ່າງເຂັ້ມງວດ, ບໍ່ໃຫ້ຫາປາແບບຜິດກົດໝາຍ. ແຫຼ່ງສິນທະເລທີ່ຫາໄດ້ຢູ່ເຂດຊາຍແດນຕ່າງປະເທດບໍ່ສາມາດສົ່ງອອກໄດ້, ຈະເຮັດໃຫ້ເສຍອິດທິພົນຊື່ສຽງທີ່ສຸດ. ຂ້າພະເຈົ້າເອງ ແລະ ຊາວປະມົງຢູ່ທີ່ນີ້ ກໍ່ໄດ້ປະຕິບັດຂໍ້ກຳນົດການຕ້ານການຂຸດຄົ້ນ IUU ເປັນຢ່າງດີທີ່ສຸດ, ບໍ່ກ້າອອກໄປຫາໄປຢູ່ເຂດທະເລຂອງຕ່າງປະເທດ.
ຈາກສະຕິຄວາມຮັບຮູ້ ໄປສູ່ການກະທຳ, ບັນດາການປ່ຽນແປງອັນຕັ້ງໜ້າຂອງຊາວປະມົງ ພວມກາຍເປັນພື້ນຖານສຳຄັນ ປະກອບສ່ວນເຂົ້າໃນເປົ້າໝາຍລວມ: ຕັດສິນໃຈແກ້ບັດເຫຼືອງຂອງຄະນະກຳມະການ ເອີລົບ (EC), ສ້າງອາຊີບຫາປາທີ່ມີຄວາມຮັບຜິດຊອບ, ທັນສະໄໝ ແລະ ຍືນຍົງ.
ການຫັນປ່ຽນຢ່າງຈະແຈ້ງໃນຄວາມຮັບຮູ້ຂອງຊາວປະມົງກ່ຽວກັບການຕ້ານການຂຸດຄົ້ນ IUU ໃນໄລຍະຜ່ານມາ ແມ່ນມີການປະກອບສ່ວນຢ່າງໃຫຍ່ຫຼວງຈາກບັນດາກຳລັງທີ່ຮັບຜິດຊອບໜ້າທີ່ປ້ອງກັນຊາດ, ກອງທັບເຮືອ, ຕຳຫຼວດທະເລ, ທະຫານຊາຍແດນ, ຕະຫຼອດຮອດກຳລັງກວດກາການປະມົງ. ເພື່ອມີຄວາມເຂົ້າໃຈຕື່ມອີກກ່ຽວກັບວຽກງານດັ່ງກ່າວ, ພວກຂ້າພະເຈົ້າໄດ້ແລກປ່ຽນກັບ ທ່ານພັນເອກ ດ່າວບາຫວຽດ, ຮອງເສນາທິການໃຫຍ່ຕຳຫຼວດທະເລ ຫວຽດນາມ.
ນັກຂ່າວ: ຂໍຮຽນທ່ານພັນເອກ ດ່າວບາຫວຽດ, ຮອງເສນາທິການໃຫຍ່ຕຳຫຼວດທະເລ ຫວຽດນາມ! ໜຶ່ງໃນບັນດາປັດໄຈສຳຄັນເພື່ອແກ້ໄຂບັນຫາ IUU ນັ້ນແມ່ນການປ່ຽນແປງຄວາມຮັບຮູ້ຂອງຊາວປະມົງ. ສະນັ້ນ, ກຳລັງຕຳຫຼວດທະເລ ໄດ້ຜັນຂະຫຍາຍວຽກງານໂຄສະນາຍົກສູງຄວາມຮັບຮູ້ຂອງຊາວປະມົງຄືແນວໃດ?
ພັນເອກ ດ່າວບາຫວຽດ: ດ້ວຍບົດບາດເປັນກຳລັງແກ່ນສານໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU ທາງທະເລ, ພວກຂ້າພະເຈົ້າໄດ້ພ້ອມກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງໃນທົ່ວກອງທັບ ຈັດຕັ້ງການປະຕິບັດບັນດາຄຳສັ່ງ, ມະຕິ, ເອກະສານແນະນຳຂອງນາຍົກລັດຖະມົນຕີ, ກະຊວງປ້ອງກັນປະເທດ, ກອງບັນຊາການຕຳຫຼວດທະເລຢ່າງເຂັ້ມງວດ, ຍູ້ແຮງການປະຕິບັດຂໍ້ກຳນົດສົມທົບກັນລະຫວ່າງຕຳຫຼວດທະເລ ຫວຽດນາມ ກັບບັນດາກຳລັງອື່ນໆ. ພ້ອມທັງສົມທົບກັບບັນດາທ້ອງຖິ່ນ, ອົງການສື່ມວນຊົນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີວຽກງານໂຄສະນາເຜີຍແຜ່ສຶກສາດ້ານກົດໝາຍກ່ຽວກັບເຂດຂຸດຄົ້ນແບບຖືກກົດໝາຍ, ບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນ IUU, ບັນດາຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງເຖິງລະດັບການປັບໄໝສຳລັບບັນດາການກະທຳລະເມີດ IUU ອື່ນໆໃຫ້ແກ່ປະຊາຊົນ, ພິເສດແມ່ນວົງຄະນະຍາດຊາວປະມົງຢູ່ເຂດແຄມທະເລ. ຜ່ານນັ້ນ, ກໍ່ຍົກສູງຄວາມຮັບຮູ້ດ້ານກົດໝາຍໃຫ້ແກ່ຊາວປະມົງ.
ນັກຂ່າວ: ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມໃຫ້ແກ່ການຍົກເລີກບັດເຫຼືອງ IUU, ກະກຽມໃຫ້ແກ່ການກວດກາຂອງຄະນະກຳມະການ ເອີລົບ (ອີຊີ - EC) ທີ່ຈະມາເຖິງ. ສະນັ້ນ, ໃນໄລຍະຜ່ານມາ ກຳລັງຕຳຫຼວດທະເລ ຫວຽດນາມ ໄດ້ຜັນຂະຫຍາຍໜ້າທີ່ດັ່ງກ່າວຄືແນວໃດ?
ພັນເອກ ດ່າວບາຫວຽດ: ການກວດກາຂອງ ອີຊີ ຄັ້ງນີ້ໄດ້ຮັບຖືວ່າແມ່ນເວລາທອງຕັດສິນການການຍົກເລີກບັດເຫຼືອງໃຫ້ແກ່ຂະແໜງສິນໃນນ້ຳຂອງ ຫວຽດນາມ. ໃນໄລຍະຜ່ານມາ, ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງໃນການປະຕິບັດຄຳກ່າວເຕືອນ, ຂໍ້ສະເໜີແນະຂອງ ອີຊີ ໃນການປັບປຸງຂອບນິຕິກຳກ່ຽວກັບການຂຸດຄົ້ນສິນໃນນ້ຳໃຫ້ສົມບູນແບບ, ປະຕິບັດບັນດາມາດຕະການທີ່ເຂັ້ມແຂງ, ເດັດດ່ຽວສະດັດກັ້ນ ບໍ່ປະໃຫ້ເກີດສະພາບກຳປັ່ນຫາປາຂຸດຄົ້ນສິນທະເລແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດ, ປະຕິບັດການຕິດຕາມ, ຕົ້ນກຳເນີດຂອງສິນທະເລທີ່ຂຸດຄົ້ນໄດ້, ສຸມໃສ່ແກ້ໄຂບັນດາການກະທຳລະເມີດການຂຸດຄົ້ນ IUU, ເພີ່ມທະວີວຽກງານໂຄສະນາ, ຍົກສູງຄວາມຮັບຮູ້, ປະສິດທິຜົນຂອງການສົມທົບກັນລະຫວ່າງບັນດາກຳລັງ….
ພ້ອມກັບທົ່ວລະບົບການເມືອງ, ຕຳຫຼວດທະເລ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດແກ່ນສານ, ຄວາມຮັບຜິດຊອບ ແລະ ມີຄວາມຕັດສິນໃຈໃນການປ້ອງກັນ, ຕ້ານການຂຸດຄົ້ນ IUU. ພວກຂ້າພະເຈົ້າໄດ້ຜັນຂະຫຍາຍຫຼາຍມາດຕະການແກ້ໄຂຢ່າງຄົບຊຸດ, ມີປະສິດທິຜົນ.
ທີໜຶ່ງ, ເພີ່ມທະວີການສົມທົບວຽກງານໂຄສະນາ, ສຶກສາດ້ານກົດໝາຍ, ຍົກສູງຄວາມຮັບຮູ້ຂອງປະຊາຊົນ, ພິເສດແມ່ນຊາວປະມົງ ກ່ຽວກັບຜົນຮ້າຍຂອງການຂຸດຄົ້ນ IUU ແລະ ຜົນປະໂຫຍດຂອງການຕ້ານການຂຸດຄົ້ນ IUU, ບັນດາຂໍ້ກຳນົດກ່ຽວກັບການປັບໄໝຕໍ່ການກະທຳລະເມີດການຂຸດຄົ້ນ IUU.
ທີສອງ, ຍົກສູງຄວາມສາມາດ, ຄວາມຮັບຜິດຊອບຕໍ່ວຽກງານສົມທົບກັບຂອງກຳລັງຮັບຜິດຊອບໜ້າທີ່, ອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການສື່ມວນຊົນກວ່າອີກ, ສ້າງເປັນວົງຈອນປິດໃນວຽກງານຄຸ້ມຄອງ, ຕິດຕາມກວດກາ, ປັບໄໝກຳປັ່ນຫາປາ ຈາກເຂດຝັ່ງແຄມທະເລຕະຫຼອດຮອດເຂດນອກຝັ່ງທະເລ, ຮັບປະກັນວ່າ ກຳປັ່ນຫາປາທີ່ເຄື່ອນໄຫວຢູ່ທະເລ ໄດ້ຮັບການຕິດຕາມ 100%.
ນັກຂ່າວ: ຕຳຫຼວດທະເລ ຫວຽດນາມ ໄດ້ນຳໃຊ້ເຕັກໂນໂລຊີໃດເພື່ອສາມາດຕິດຕາມກຳປັ່ນຫາປາ ແລະ ສະກັດກັ້ນການກະທຳລະເມີດການຂຸດຄົ້ນ IUU?
ພັນເອກ ດ່າວບາຫວຽດ: ປະຈຸບັນ, ດ້ວຍການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ຕຳຫຼວດທະເລ ຫວຽດນາມ ໄດ້ນຳໃຊ້ບັນດາເຕັກໂນໂລຊີຕິດຕາມທີ່ທັນສະໄໝ, ໄຈ້ແຍກຂໍ້ມູນແບບອັດສະລິຍະ ແລະ ໄດ້ປະກອບເອຸປະກອນພື້ນຖານໃນກຳປັ່ນຕຳຫຼວດທະເລ, ກໍຄືຫົວໜ່ວຍຕ່າງໆ, ເພື່ອຕິດຕາມກວດກາ, ສະກັດກັ້ນບັນດາການກະທຳລະເມີດການຂຸດຄົ້ນ IUU ຢ່າງທັນການ.
ຢູ່ບັນດາສຳນັກບັນຊາການຂອງຕຳຫຼວດທະເລ ຫວຽດນາມ ໄດ້ປະມວນຫຼາຍແຫຼ່ງຂໍ້ມູນທີ່ແຕກຕ່າງກັນ, ດຳເນີນການໄຈ້ແຍກ, ປຽບທຽບ, ຂີດແບ່ງເຂດບັນດາກຸ່ມກຳປັ່ນທີ່ມີສັນຍານລະເມີດ, ກໍຄືມີຄວາມສ່ຽງລະເມີດສູງ. ຜ່ານຜົນການໄຈ້ແຍກດັ່ງກ່າວ, ພວກຂ້າພະເຈົ້າໄດ້ຊີ້ິ້ນຳບັນດາສູນບັນຊາການ ສົ່ງຂໍ້ມູນກ່ຽວກັບກຳປັ່ນຫາປາ ໃຫ້ບັນດາກຳລັງລາດຕະເວນ ຢູ່ທະເລເພື່ອກວດກາ, ຢັ້ງຢືນ ແລະ ແກ້ໄຂໂດຍກົງຢ່າງທັນການ.
ຍົກເລີກບັດເຫຼືອງ IUU ຢ່າງເດັດຂາດເພື່ອພັດທະນາອາຊີບຫາປາແບບຍືນຍົງ
ຢູ່ບັນດາທ່າກຳປັ່ນຫາປາໃຫຍ່ໃນທົ່ວປະເທດຄື: ກຸຍເຍີນ, ກ່າເມົາ, ຝູອຽນ, ກຽນຢາງ… ວຽກງານຄວບຄຸມກຳປັ່ນເຂົ້າອອກທຽບທ່າ, ການບັນທຶກປະຈຳວັນ, ຕິດຕັ້ງອຸປະກອນຕິດຕາມ, ໃບອະນຸຍາດການຂຸດຄົ້ນ, ວິວັດການຄວບຄຸມຕົ້ນກຳເນີດຂອງສິນໃນນ້ຳ: ການຄົ້ນຫາຕົ້ນກຳເນີດ, ຕິດສະແຕມ, ຢັ້ງຢືນປະລິມານ… ທຸກການເຄື່ອນໄຫວລ້ວນແຕ່ໄດ້ດຳເນີນຢ່າງເປັນລະບົບ ແລະ ມີປະສິດທິຜົນ.
ໄລ່ລວມໃນທົ່ວປະເທດ, ມາຮອດປັດຈຸບັນ, ກຸ່ມກຳປັ່ນຫາປາໄດ້ຈົດທະບຽນ, ອັບເດດເຂົ້າຖານຂໍ້ມູນອາຊີບຫາປາແຫ່ງຊາດ ບັນລຸປະມານ 99,8% - 99,9% ໃນຍອດຈຳນວນກຳປັ່ນເກືອບ 80.000 ລຳ. ມີຫຼາຍແຂວງໄດ້ປະຕິບັດສຳເລັດ 100% ການໝາຍກຳປັ່ນຫາປາ, ອອກໃບອະນຸຍາດການຂຸດຄົ້ນ. ນີ້ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງທົ່ວລະບົບການເມືອງ, ໃນນັ້ນ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແມ່ນຜູ້ຊີ້ນຳໂດຍກົງ ແລະ ເປັນປະທານກອງປະຊຸມປະຈຳອາທິດ ກັບບັນດາກະຊວງ, ຂະແໜງການ. ຢູ່ກອງປະຊຸມທີ່ໄດ້ດຳເນີນໃນວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການວ່າ:
“ຜູ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແມ່ນຜູ້ຮັບຜິດຊອບໂດຍກົງຮອບດ້ານຕໍ່ລັດຖະບານ, ນາຍົກລັດຖະມົນຕີ ຖ້າຫາກປະໃຫ້ເກີດກໍລະນີກຳປັ່ນຫາປາລະເມີດອີກ, ເຮັດໃຫ້ວິວັດການປະຕິບັດການຍົກເລີກບັດເຫຼືອງ IUU ຊັກຊ້າລົງ. ຕ້ອງສຸມກຳລັງໃນການຊີ້ນຳຢູ່ລະດັບສູງ, ນຳພາປະຕິບັດເດືອນຈຸດສຸມການຕ້ານການຂຸດຄົ້ນ IUU ຢ່າງຂ້ຽວຂາດ, ຢຸດຕິສະພາບການຫາປາແບບຜິດກົດໝາຍດ້ວຍທຸກວິທີ, ສ້າງການຫາປາທີ່ມີຄວາມຮັບຜິດຊອບ, ມີການຄົ້ນຫາຕົ້ນກຳເນີດເພື່ອການພັດທະນາແບບຍືນຍົງຂອງຂະແໜງສິນໃນນ້ຳ ຫວຽດນາມ, ເພື່ອກຽດສັກສິດຂອງປະເທດຊາດ, ເພື່ອຜົນປະໂຫຍດຂອງປະຊາຊົນ”
ໄປຄຽງຄູ່ກັບການຊີ້ນຳຈາກລັດຖະບານ, ການໝູນໃຊ້ເຕັກໂນໂລຢີ ແລະ ການຫັນເປັນດີຈີຕອນ ໄດ້ຊ່ວຍຍົກສູງປະສິດທິຜົນໃນການຄວບຄຸມ IUU. ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ Viettel ໄດ້ເຂົ້າຮ່ວມຢ່າງແຮງ, ຜັນຂະຫຍາຍລະບົບຕິດຕາມກຳປັ່ນຫາປາ, ວິທີກຳນົດທີ່ຕັ້ງ, ເຊື່ອມຕໍ່ຂໍ້ມູນລະຫວ່າງຂັ້ນທ້ອງຖິ່ນໄປຮອດສູນກາງ. ທ່ານພົນຕີ ເລກວາງດ້າວ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ:
“ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ເຮັດວຽກກັບທະຫານປ້ອງກັນຊາຍແດນ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຫັນທຸກຂໍ້ມູນຂອງບັນດາກຳປັ່ນທີ່ມີຢູ່ແລ້ວໃນປັດຈຸບັນໃຫ້ເປັນດີຈີຕອນ. ພ້ອມທັງ, ພວມເຮັດວຽກກັບກະຊວງຕຳຫຼວດສືບຕໍ່ຫັນຂໍ້ມູນ VneID ເປັນດີຈີຕອນ ເພື່ອອາດສາມາດຄວບຄຸມການເຂົ້າອອກທ່າກຳປັ່ນໄດ້ຢ່າງສົມບູນໂດຍຜ່ານການແຈ້ງທາງເອເລັກໂຕນິກ ຢູ່ບັນດາທ່າກຳປັ່ນໃນໄລຍະຈະມາເຖິງ”.
ຜ່ານວິວັດການຫັນຂໍ້ມູນເປັນດີຈີຕອນຂອງ Viettel ໄດ້ຊ່ວຍຫັນການຄຸ້ມຄອງອາຊີບຫາປາເປັນທັນສະໄໝ, ພ້ອມທັງສ້າງທ່າເປັນເຈົ້າການເພື່ອໃຫ້ ຫວຽດນາມ ຍົກສູງຄວາມສາມາດໃນການຕິດຕາມກວດກາ, ຕອບສະໜອງບັນດາຂໍ້ສະເໜີແນະຂອງ EC ໃນການຕ້ານການຂຸດຄົ້ນ IUU ເທື່ອລະກ້າວ. ດ້ວຍກຳລັງປະຕິບັດຢູ່ທະເລ, ໂຄງການ “ຕຳຫຼວດທະເລຮ່ວມເດີນທາງກັບ ຊາວປະມົງ” ມາຮອດປັດຈຸບັນ ໃກ້ຈະກ້າວເຂົ້າສູ່ປີທີ 9, ໄດ້ນຳມາເຊິ່ງ ປະສິດທິຜົນທີ່ຈະແຈ້ງ. ທ່ານພົນໂທ ທ້າຍດ້າຍງອກ, ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການຕ້ານການຂຸດຄົ້ນ IUU ຢັ້ງຢືນວ່າ:
“ກອງທັບໄດ້ສົມທົບກັບບັນດາທ້ອງຖິ່ນ, ກຳລັງທີ່ມີໜ້າທີ່ຮັບຜິດຊອບເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ການສຶກສາກົດໝາຍເພື່ອໃຫ້ເຈົ້າຂອງກຳປັ່ນ, ກັບຕັນ, ຊາວປະມົງ… ຍົກສູງສະຕິຄວາມຮັບຮູ້ໃນການປະຕິບັດໃຫ້ຖືກຕ້ອງຕາມແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ.
ເພື່ອພ້ອມກັບທົ່ວປະເທດ ບັນລຸໄດ້ເປົ້າໝາຍຍົກເລີກບັດເຫຼືອງ EC, ບັນດາທ້ອງຖິ່ນ ທີ່ມີທະເລ ກໍ່ຕ້ອງເປັນເຈົ້າການໃນການຜັນຂະຫຍາຍບັນດາມາດຕະການ, ຄື: ມີນະໂຍບາຍຫັນປ່ຽນອາຊີບ ແລະ ຖອນກຳປັ່ນຫາປາທີ່ບໍ່ມີຄວາມຕ້ອງການຂຸດຄົ້ນ; ປະກາດໃຊ້ນະໂຍບາຍໜູນຊ່ວຍຊາວປະມົງທີ່ກຳມະສິດກຳປັ່ນຫາປາທີ່ບໍ່ມີຄວາມຕ້ອງການຂຸດຄົ້ນ ຫຼື ບໍ່ມີເງື່ອນໄຂສືບຕໍ່ເຄື່ອນໄຫວຂຸດຄົ້ນຢ່າງພຽງພໍ ເພື່ອດຳເນີນການຫັນປ່ຽນອາຊີບ…
IUU ບໍ່ພຽງແຕ່ແມ່ນເລື່ອງລາວກ່ຽວກັບອາຊີບປາຫາເທົ່ານັ້ນ ຫາກຍັງມີສ່ວນກ່ຽວຂ້ອງໂດຍກົງເຖິງຄວາມໝັ້ນຄົງທາງທະເລ, ອິດທິພົນຊື່ສຽງຂອງປະເທດຊາດ ແລະ ສິດຜົນປະໂຫຍດຂອງປະຊາຊົນອີກດ້ວຍ. ການຕ້ານ IUU ແມ່ນຄວາມຮັບຜິດຊອບລວມຂອງທົ່ວລະບົບການເມືອງ, ໃນນັ້ນ ກອງທັບແມ່ນກຳລັງຫຼັກແຫຼ່ງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ອະທິປະໄຕ ແລະ ລະບຽບວິໄນຢູ່ທະເລ. ການເຂົ້າຮ່ວມຂອງກອງທັບໄດ້ຊ່ວຍຫຼຸດຜ່ອນສະພາບການລະເມີດ, ປະກອບສ່ວນປົກປ້ອງອະທິປະໄຕ, ຮັກສາສະຖຽນລະພາບໃນການຫາປາ, ສ້າງສະພາບແວດລ້ອມແຫ່ງຄວາມປອດໄພ, ຍືນຍົງໃຫ້ແກ່ຊາວປະມົງໃນການຂຸດຄົ້ນທີ່ຍາວນານ.