ຂ່າວສານ

ກອງທັບຫວຽດນາມ - ຈີນ ເພີ່ມທະວີການຮ່ວມມືຄົ້ນຄ້ວາວິທະຍາສາດ

      ວັນທີ 10 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບການມາເຂົ້າຢ້ຽມຢາມຂ່ຳນັບຂອງຄະນະຜູ້ແທນທີ່ມາຈາກວິທະນາຄານວິທະຍາສາດການທະຫານ, ກອງທັບປົດປ່ອຍປະຊາຊົນຈີນ.

ທ່ານພົນຈັດຕະວາ ຈວນແລ໊ນເຈ໊ຍ ກຳມະການປະຕິບັດວຽກງານດ້ານການເມືອງຂຶ້ນກັບວິທະນາຄານວິທະຍາສາດການທະຫານ,
ກອງທັບປົດປ່ອຍປະຊາຊົນຈີນ (ພາບ: ກະຊວງປ້ອງກັນປະເທດ)
      ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ຈວນແລ໊ນເຈ໊ຍ ກຳມະການປະຕິບັດວຽກງານດ້ານການເມືອງຂຶ້ນກັບວິທະນາຄານວິທະຍາສາດການທະຫານ, ກອງທັບປົດປ່ອຍປະຊາຊົນຈີນເປັນຫົວຫນ້າຄະນະປະຕິບັດງານ, ໄດ້ແຈ້ງໃຫ້ທ່ານພົນໂທ ຫງວຽນຈີວິ້ງ ຊາບໝາກຜົນການເຮັດວຽກຂອງຄະນະກັບ ວິທະນາຄານຍຸດທະສາດການປ້ອງກັນປະເທດຂອງ ຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບສະບັບຮ່າງເອກະສານຄັ້ງທີໜຶ່ງ ໂຄງການຮ່ວມມືຄົ້ນຄ້ວາ “ສະສົມເອກະສານ, ວັດຖຸພັນກ່ຽວກັບຄວາມສາມັກຄີມິດຕະພາບລະຫວ່າງກອງທັບສອງປະເທດ ຫວຽດນາມ - ຈີນ, ແນວຄິດຄວາມສາມັກຄີໂຮ່ຈີມິນ - ເໝົາເຈີຕຸງ ໃນການຕໍ່ຕ້ານ  ລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ”, ພ້ອມທັງແລກປ່ຽນກ່ຽວກັບແຜນການສະສົມ, ສຳຫຼວດຄົ້ນຄ້ວາຢູ່ບາງສະຖານທີ່ແຫ່ງປະຫວັດສາດຂອງ ຫວຽດນາມ ເພື່ອ ຮັບໃຊ້ໃຫ້ແກ່ການຄົ້ນຄ້ວາວິທະຍາສາດໃນໄລຍະຈະມາເຖິງ.
        ທ່ານພົນໂທ ຫງວຽນຈີວິ້ງ ໄດ້ເນັ້ນໜັກວ່າ ນີ້ແມ່ນບັນດາໂຄງການຄົ້ນຄ້ວາທີ່ມີຄວາມໝາຍແທດຈິງ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສອງກອງທັບ. ດັ່ງນັ້ນ, ສອງຝ່າຍຄວນເຫັນດີເປັນເອກະພາບບັນດາເນື້ອໃນ, ມາດຕະການ, ຍູ້ໄວຄວາມຄືບໜ້າຂອງການປະຕິບັດໂຄງການຮ່ວມມືຄົ້ນຄ້ວາລວມໃຫ້ສຳເລັດຜົນ, ມຸ່ງໄປສູ່ ການສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ (18 ມັງກອນ 1950 - 18 ມັງກອນ 2020 ).
 (ແຫຼ່ງຄັດຈາກ VOV)
 


top