ຂ່າວສານ

ກອງທັບປະຊາຊົນຫວຽດນາມ ເກີດມາຈາກປະຊາຊົນ, ເພື່ອປະຊາຊົນຕ້ອງຮັບໃຊ້ປະຊາຊົນ

ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ກອງທັບປະຊາຊົນ ຫວຽດນາມ ພວມແມ່ນກຳລັງສຳຄັນເຂົ້າຮ່ວມການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ໃນທຸກແຖບຖິ່ນຂອງປະເທດຊາດພິເສດ ແມ່ນຢູ່ບັນດາແຂວງທາງພາກໃຕ້ຫວຽດນາມແຕ່ຢູ່ບ່ອນໃດນຶ່ງພັດມີຄຳລະແວງສົງໃສກ່ຽວກັບຈຸດປະສົງຂອງບັ້ນຕໍ່ສູ້ເພື່ອຜົນປະໂຫຍດຂອງຊາດຂອປະເທດຂະພາບ,ຊີວິດອິນຊີຂອງປະຊາຊົນການເສກສັນປັ້ນແຕ່ງບິດເບືອນຄວາມຈິງໃນສະພາບການທົ່ວປະເທດພວມມານະພະຍາຍາມພ້ອມກັບປະຊາຊົນ ພາກໃຕ້ທີ່ຮັກແພງ ຍູ້ໂລກລະບາດໃຫ້ຖອຍໄປນັ້ນ ແທ້ຈິງແມ່ນບັນດາຖ້ອຍທຳນອງບິດເບືອນຄວາມຈິງຊົ່ວຮ້າຍ ແລະ ໄຮ້ຄວາມເປັນມະນຸດ.

ພິທີສົ່ງຄະນະເສນາຮັກ ເຂົ້າໄປຊ່ວຍປະຊາຊົນພາກໃຕ້ປ້ອງກັນຕ້ານໂລກລະບາດໂຄວິດ-19

ໂດຍປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ກ່ຽວກັບການເພີ່ມທະວີບັນດາກຳລັງເຂົ້າຮ່ວມການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ຢູ່ ບໍລິເວນນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ຫວຽດນາມ, ນັບແຕ່ວັນທີ 20 ສິງຫາ ປີ 2021, ມີພະນັກງານ, ນັກຮົບກອງທັບ, ຕຳຫລວດ,ຖັນແຖວພະຍາບານ, ແພດໝໍຫລາຍໆເທື່ອຄົນຢູ່ທຸກແຖບຖິ່ນຂອງປະເທດຊາດ ໄດ້ຊ່ວຍຫນູນໃຫ້ບັນດາແຂວງຢູ່ພາກໃຕ້ຢ່າງເລັ່ງດ່ວນ. ຮູບພາບບັນດານັກຮົບກອງທັບ, ຕຳຫລວດ, ທະຫານລາດ ພ້ອມກັບກຳລັງອື່ນພ້ອມກັນແຈກຢາຍທັນຍາຫານ, ອາຫານໃຫ້ແກ່ປະຊາຊົນ, ຫນູນຊ່ວຍປະຊາຊົນປິ່ນປົວຜູ້ຕິດເຊື້ອໂຄວິດ 19 ຢູ່ເຮືອນ, ເຂົ້າຮ່ວມການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ… ນີ້ເປັນບ່ອນອີງດ້ານຈິດໃຈຂະໜາດໃຫຍ່ສຳລັບປະຊາຊົນນະຄອນໂຮ່ຈີມິນ ແລະ ບັນດາແຂວງໃກ້ຄຽງ.

ສຳລັບກຳລັງກອງທັບ, ປະຕິບັດບັນດາຫນ້າທີ່ຮີບດ່ວນເພື່ອຊີວິດການເປັນຢູ່ຂອງປະຊາຊົນ ນັ້ນແມ່ນການເຄື່ອນໄຫວທີ່ເປັນປົກກະຕິທີ່ສຸດ. ໂດຍເລີ່ມມາຈາກປະຫວັດສາດ ແລະ ວັດທະນະທຳ, ກອງທັບຫວຽດນາມ ມີມູນເຊື້ອສະຫນິດຕິດພັນແຫນ້ນແຟ້ນກັບປະຊາຊົນ. ສາຍພົວພັນສະຫນິດແຫນ້ນ, ໝັ້ນແກ່ນນີ້ໄດ້ເພີ່ມພູນຄູນສ້າງ ແລະ ຝຶກຝົນຫຼໍ່ຫຼອມຜ່ານວິວັດທະນາການປະຫວັດສາດ. ກອງທັບປະຊາຊົນຫວຽດນາມ ແມ່ນເກີດມາຈາກປະຊາຊົນ, ເພື່ອປະຊາຊົນຈຶ່ງຕໍ່ສູ້, ເສຍສະຫລະ, ສະນັ້ນ ນ້ຳໃຈສາມັກຄີລະຫວ່າງທະຫານ ແລະ ປະຊາຊົນຈຶ່ງປຽບເໝືອນດັ່ງ ປາ ກັບນ້ຳ.

ສະນັ້ນ ກອງທັບ ບໍ່ພຽງແຕ່ປະຕິບັດຫນ້າທີ່ຕົ້ນຕໍຂອງຕົນແມ່ນຝຶກແອບ, ຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດ ເທົ່ານັ້ນ ຫາກຍັງຊ່ວຍເຫລືອປະຊາຊົນເປັນປະຈຳເມື່ອປະຊາຊົນປະເຊີນຫນ້າກັບໄພທຳມະຊາດ, ໄພພິບັດ. ຮູບພາບອ້າຍທະຫານກ່ຽວເຂົ້າຊ່ວຍປະຊາຊົນໃນເວລາຖືກພາຍຸນ້ຳຖວ້ມ, ຍົກຍ້າຍປະຊາຊົນໄປຍັງບ່ອນປອດໄພເມື່ອເກີດລົມພາຍຸ, ຊອກຫາປະຊາຊົນຜູ້ປະສົບເຄາະຮ້າຍ, ຫາຍສາບສູນ ແມ່ນບັນດາຮູບພາບທີ່ເຄີຍພົບເຫັນຢູ່ ຫວຽດນາມ.  ເລື່ອງກອງທັບເຂົ້າຮ່ວມການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ຢູ່ ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ຢູ່ພາກໃຕ້ ຄັ້ງນີ້ ເປັນການສືບທອດຈິດໃຈສະຫນິດຕິດພັນລະຫວ່າງທະຫານ ແລະ ປະຊາຊົນຫວຽດນາມ ໃນປະຫວັດສາດ.

ທະຫານມອບເຄື່ອງໃຊ້ທີ່ຈຳເປັນໃຫ້ຄອບຄົວທຸກຍາກຢູ່ ນະຄອນໂຮ່ຈີມິນ

ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງຢູ່ພາຍໃຕ້ ໄດ້ ແລະ ພວມຜ່ານຜ່າໄລຍະປ້ອງກັນ ຕ້ານໂລກລະບາດໂຄວິດ -19 ທີ່ມີຄວາມສັບສົນທີ່ສຸດນັບແຕ່ຕົ້ນເດືອນ ພຶດສະພາປີ 2021 ຈົນມາຮອດປະຈຸບັນ. ທຸກອົງການ, ສຳນັກງານຂອງທັງລະບົບການເມືອງ ພ້ອມກັບປະຊາຊົນ ລ້ວນແຕ່ພວມປະເຊີນຫນ້າກັບຄວາມຫຍຸ້ງຍາກນາໆປະການ. ບັນດາກຳລັງແນວຫນ້າຢູ່ ນະຄອນ ແລະ ບັນດາແຂວງ ໃກ້ຄຽງ ໄດ້ ແລະ ພວມເຮັດວຽກຈົນສຸດຄວາມສາມາດຂອງຕົນ ບໍ່ຫວາດຫວັ່ນບໍ່ວ່າທັງກາງເວັນ ຫລື ກາງຄືນ. ສິ່ງສຳຄັນທີ່ສຸດໃນຈຸດເວລານີ້ ນັ້ນແມ່ນຕ້ອງຕັດສິນໃຈຄວບຄຸມໂລກລະບາດໃຫ້ໄດ້.

ນັ້ນບໍ່ພຽງແຕ່ແມ່ນຄວາມຕັດສິນໃຈ ແລະ ເປົ້າໝາຍອັນສູງສຸດຂອງນະຄອນ ໂຮ່ຈີມິນ, ຂອງບັນດາແຂວງຢູ່ພາກໃຕ້ພວມຖືກຜົນສະທ້ອນຢ່າງຫນັກຫນ່ວງຍ້ອນໂລກລະບາດເທົ່ານັ້ນ ຫາກຍັງແມ່ນຫນ້າທີ່ຂອງທັງປະເທດຊາດ ອີກດ້ວຍ. ສະນັ້ນ ເລື່ອງຕົກລົງຈັດສົ່ງກອງທັບພ້ອມກັບບັນດາກຳລັງອື່ນເຂົ້າຮ່ວມການຕ້ານໂລກລະບາດຢູ່ ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ເພື່ອແນໃສ່ຍົກສູງປະສິດທິຜົນການແຍກຫ່າງທາງສັງຄົມ, ຄວບຄຸມໂລກລະບາດ, ສະກັດກັ້ນບັນດາປັດໄຈກໍ່ຄວາມບໍ່ສະຫງົບ ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແມ່ນສິ່ງທີ່ຖືກຕ້ອງ ແລະ ຈຳເປັນທີ່ສຸດ.

ພ້ອມກັບຖັນແຖວພະຍາບານ, ແພດໝໍ, ບໍ່ມີກຳລັງໃດທີ່ເປັນມືອາຊີບ ແລະ  ມີປະສິດທິຜົນກວ່າກອງທັບເມື່ອປະຕິບັດຫນ້າທີ່ນີ້. ເພາະວ່າ ນັບແຕ່ໄລຍະທຳອິດທີ່ເຊື້ອໂຄວິດຫາກໍ່ແຜ່ລະບາດ, ກຳລັງກອງທັບ ແມ່ນກຳລັງຫລັກແຫລ່ງໃນວຽກງານປ້ອງກັນຕ້ານໂລກລະບາດຢູ່ ຫວຽດນາມ. ມາຮອດປະຈຸບັນ ກອງທັບ ໄດ້ ແລະ ພວມຮັບຜິດຊອບຫລາຍໆຫນ້າທີ່ ນັບແຕ່ການກວດກາຄວບຄຸມຊາຍແດນ, ສ້າງສູນຈຳກັດບໍລິເວນ, ປະຕິບັດການສີດຢາຂ້າເຊື້ອ, ວຽກງານພະລາທິການ, ຈັດຕັ້ງການວິໄຈຫາເຊື້ອ, ສັກວັກຊິນ ແລະ ອື່ນໆ.

ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມ ການປ້ອງກັນ ຕ້ານໂລກລະບາດໂຄວິດ -19 ກໍ່ແມ່ນທຳນຽມສາກົນ ໃນສະພາບໂລກລະບາດໂຄວິດ - 19 ພວມແຜ່ລາມອອກສູ່ທົ່ວໂລກ. ມີຫລາຍປະເທດໃນໂລກ ໄດ້ ແລະ ພວມລະດົມກອງທັບເຂົ້າຮ່ວມການຮັບມືກັບການແຜ່ລະບາດຂອງໂຄວິດ - 19. ນອກນັ້ນ ກອງທັບຫລາຍປະເທດຍັງຜັນຂະຫຍາຍກຳລັງພະລາທິການເພື່ອຫນູນຊ່ວຍການຊື້ເຄື່ອງຂອງ, ການຜະລິດ, ຮັກສາ, ຂົນສົ່ງ, ແຈກຢາຍບັນດາວັດຖຸອຸປະກອນການແພດທີ່ຈຳເປັນ.

ຊ້ຳບໍ່ໜຳ ຫລາຍກົມກອງ ຍັງຮັບຫນ້າທີ່ການວິໄຈຫາເຊື້ອ Sars-CoV-2 ແບບເຄື່ອນທີ່, ຄັດກອງ ແລະ ປິ່ນປົວຄົນເຈັບໂດຍກົງອີກ. ຕົວຢ່າງຄື ຢູ່ ຈີນ, ມີເສນາຮັກປະມານ 10.000 ຄົນໄດ້ຮັບການລະດົມ ແລະ ຜັນຂະຫຍາຍໄປປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ -່19 ເມື່ອໂລກລະບາດເກີດຂຶ້ນຢູ່ ນະຄອນ ອູ່ຫັນ ແຂວງຫູເປີຍ. ສ່ວນຢູ່ ສ.ເກົາຫລີ ກອງທັບກໍ່ສວມບົດບາດສຳຄັນໃນການຫນູນຊ່ວຍການຄວບຄຸມໂລກລະບາດ.

ຢູ່ ອັງກິດ , ເມື່ອຕົ້ນປີນີ້ ກະຊວງປ້ອງກັນປະເທດອັງກິດ ໄດ້ຢັ້ງຢືນວ່າ: ການໂຕ້ຕອບຂອງກອງທັບຕໍ່ໂລກລະບາດໂຄວິດ -19 ໄດ້ກາຍເປັນບັ້ນຮົບການທະຫານພາຍໃນປະເທດຄັ້ງໃຫຍ່ສຸດໃນໄລຍະສັນຕິພາບ ດ້ວຍພົນທະຫານກວ່າ 5000 ຄົນເຂົ້າຮ່ວມລາຍການສັກວັກຊິນກັນໂຄວິດ 19, ການວິໄຈຫາເຊື້ອໃນວົງກວ້າງ ແລະ ການເຄື່ອນໄຫວພະລາທິການອື່ນໆອີກ. ສ່ວນຢູ່ ອິນເດຍ ໃນຕົ້ນເດືອນພຶດສະພາຜ່ານມາ, ປະເທດນີ້ ໄດ້ສ້າງຕັ້ງກົມກອງຄຸ້ມຄອງໂຄວິດ -19 ໂດຍຮອງຫົວໜ້າເສນາທິການກອງທັບບົກເປັນຜູ້ຕິດຕາມໂດຍກົງ.

ເຖິງວ່າ ຂອບຂະຫນາດ ແລະ ລະດັບການຜັນຂະຫຍາຍ ກໍ່ຄືການເຄື່ອນໄຫວຫນູນຊ່ວຍມີຄວາມແຕກຕ່າງກັນກໍຕາມ ແຕ່ກອງທັບຫລາຍປະເທດ, ໃນນັ້ນ ມີກອງທັບປະຊາຊົນຫວຽດນາມ ພວມຊ່ວຍນຳມາເຊິ່ງຄວາມສາມາດສຳຄັນ, ລວມມີ ການຂຶ້ນແຜນແກ້ໄຂວິກິດການ, ການຊີ້ນຳ ແລະ ຄວບຄຸມ, ຫນູນຊ່ວຍພະລາທິການ ແລະ ການແພດໃນໂລກລະບາດໂຄວິດ -19. ສະນັ້ນ ການເສກສັນປັ້ນແຕ່ງຕໍ່ການເຂົ້າຮ່ວມຂອງກອງທັບໃນການປ້ອງກັນ ຕ້ານໂລກລະບາດໂຄວິດ -19 ຢູ່ ຫວຽດນາມ ໃນສະພາບການປະຈຸບັນ ແທ້ຈິງແມ່ນການກະທຳທີ່ເລີ່ມມາຈາກມູມມອງທີ່ຄັບແຄບ, ເປັນປໍລະປັກ, ຊ້ຳບໍ່ໜຳແມ່ນໄຮ້ຄວາມເປັນມະນຸດ, ຊົ່ວຮ້າຍຕໍ່ມະນຸດ

(ແຫຼ່ງຄັດຈາກ VOV)


top