ເຂດອ່າວ ໂອມານ ແມ່ນເຂດທະເລທີ່ຢູ່ຕິດກັບອ່າວ ເປີເຊຍ, ໄດ້ເຊື່ອມຕໍ່ກັນຜ່ານຊ່ອງແຄບທະເລ Hormuz ຍຸດທະສາດ.
(ພາບປະກອບ: ຊິນຮົວ/VNA)
ວັນທີ 05 ກັນຍາ, ກອງທັບ ອາເມລິກາ ແຈ້ງວ່າ ໄດ້ໂຈມຕີ ແລະ ທຳລາຍກຳປັ່ນຂົນສົ່ງນ້ຳມັນ 3 ລຳ ທີ່ມີການຕິດຕໍ່ພົວພັນກັບບັນດາກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ (IRGC) ພາຍຫຼັງອົງການທະຫານ ອີຣານ ໄດ້ຍິງໃສ່ກຳປັ່ນສູ້ຮົບຂອງ ອາເມລິກາ.
ຖະແຫຼງການຈາກກອງບັນຊາການສູນກາງສະຫະລັດ (CENTCOM) ຊີ້ແຈ້ງວ່າ: “ພາຍຫຼັງການບຸກໂຈມຕີຂອງ ອີຣານ ຖືກປະລາໄຊນັ້ນ, CENTCOM ໄດ້ທຳລາຍບັນດາກຳປັ່ນຂົນສົ່ງນ້ຳມັນດິບ M/T Downy ຂອງ IRGC ແລະ ເຮືອກຳປັ່ນຂົນສົ່ງນ້ຳມັນດິບເປົ່າ M/T Kylo… ໃນອ່າວ ໂອມານ.” ເຂດອ່າວ ໂອມານ ແມ່ນເຂດທະເລທີ່ຢູ່ຕິດກັບອ່າວ ເປີເຊຍ, ໄດ້ເຊື່ອມຕໍ່ກັນຜ່ານຊ່ອງແຄບທະເລ Hormuz ຍຸດທະສາດ.
ກ່ອນໜ້ານັ້ນໃນວັນດຽວກັນ, ສຳນັກຂ່າວສານ Tasnim ເຄິ່ງທາງການ ໄດ້ໃຫ້ຂ່າວວ່າ ມີກຳປັ່ນຂົນສົ່ງນ້ຳມັນຂອງ ອີຣານ ໄດ້ກາຍເປັນເປົ້າໝາຍບຸກໂຈມຕີລູກສອນໄຟຂອງ ອາເມິລກາ ໃນເຊົ້າວັນທີ 05 ກັນຍາ ຢູ່ຫ່າງຈາກເກາະ Kharg (ພາກໃຕ້ຂອງ ອີຣານ) ປະມານ 10 ກິໂລແມັດ.